ໂຄງການຊາວໜຸ່ມເດີນທະເລອາຊຽນ - ຍີ່ປຸ່ນ

Ship for Southeast Asian and Japanese Youth Program (SSEAYP)

back


ພາກນຳສະເໜີ

ໂຄງການຊາວໜຸ່ມເດີນທະເລອາຊຽນ-ຍີ່ປຸ່ນ ເປັນໂຄງການແລກປ່ຽນວັດທະນະທຳ ແລະ ຄວາມຮູ້ເຊີງວິຊາການລະຫວ່າງຊາວໜຸ່ມທີ່ມີອາຍຸລະຫວ່າງ 18 - 30 ປີ ຈາກປະເທດຍີ່ປຸ່ນ ແລະ 10 ປະເທດທີ່ເປັນສະມາຊິກອາຊຽນ. ໂຄງການ ແມ່ນດຳເນີນເປັນໄລຍະເວລາ 2 ເດືອນ ໂດຍໃນນັ້ນແມ່ນຈະມີການເຮັດກິດຈະກຳຕ່າງໆຢູ່ທີ່ປະເທດຍີ່ປຸ່ນເປັນເວລາ 1 ອາທິດ ແລະ ຫຼັງຈາກນັ້ນ ແມ່ນຈະເດີນທາງດ້ວຍເຮືອສຳລານຂະໜາດໃຫ່ຍລຳໜຶ່ງທີ່ມີຊື່ວ່າ Nippon Maru ລ່ອງມາຈາກປະເທດຍີ່ປຸ່ນອອກສູ່ທະເລອັນກວ້າງໃຫ່ຍ ແລ້ວມຸ່ງໜ້າເຂົ້າສູ່ພາກພື້ນອາຊີຕະເວັນອອກສ່ຽງໃຕ້.

ເມື່ອເຮືອລ່ອງມາຮອດພູມິພາກແຫ່ງນີ້ແລ້ວ ຈະມີການແວ່ທຽບທ່າຂອງ 4 ປະເທດ ໃຫ້ຊາວໜຸ່ມຈຳນວນ 300 ກວ່າຄົນໄດ້ລົງມາສຳພັດບັນຍາກາດ ແລະ ວິຖີການດຳລົງຊີວິດຂອງຄົນໃນປະເທດນັ້ນໆເປັນເວລາ 4 ວັນ ແລ້ວຫຼັງຈາກນັ້ນກໍກັບຂຶ້ນເຮືອເພື່ອເດີນທາງໄປຍັງປະເທດຖັດໄປ. ເມື່ອເຮືອທຽບທ່າຄົບທັງ 4 ປະເທດແລ້ວ ກໍຈະນຳພາຊາວໜຸ່ມທັງໝົດລ່ອງເຮືອກັບຄືນຂຶ້ນມາປະເທດຍີ່ປຸ່ນ ເພື່ອສະຫຼຸບພາລະກິດທີ່ໄດ້ປະຕິບັດໃນຕະຫຼອດ 2 ເດືອນທີ່ຜ່ານມາ ແລະ ກະກຽມມຸ່ງໜ້າກັບຄືນສູ່ປະເທດຂອງຕົວເອງດ້ວຍຄວາມພາກພູມໃຈໃນຖານະຕົວແທນຂອງຊາວໜຸ່ມຈາກປະເທດຕົນ.

ລັດຖະບານຍີ່ປຸ່ນ ເປັນຜູ້ຮັບຜິດຊອບການຈັດໂຄງການທັງໝົດ ພ້ອມດ້ວຍການຮ່ວມມືຈາກລັດຖະບານຂອງ 10 ປະເທດອາຊຽນ. ໝາຍຄວາມວ່າ ຄ່າໃຊ້ຈ່າຍຕ່າງໆແມ່ນລັດຖະບານຍີ່ປຸ່ນເປັນຜູ້ຮັບຜິດຊອບທັງໝົດ. ສະນັ້ນ, ຊາວໜຸ່ມລາວຜູ້ທີ່ມີຄວາມຕັ້ງໃຈໃນການພັດທະນາຄວາມຮູ້ຄວາມສາມາດ ແລະ ເຝິກຝົນຫຼໍ່ຫຼອມຕົນເອງຈົນກາຍເປັນຄົນທີ່ມີທັດສະນະຫຼັກໝັ້ນຕໍ່ແນວທາງນະໂຍບາຍ ແລະ ທັດສະນະຄະຕິເປີດກວ້າງຕໍ່ກັບການຮ່ວມມືສາກົນ ແມ່ນຂໍເຊີນຊວນເຂົ້າຮ່ວມຂະບວນການຄັດເລືອກເພື່ອເຂົ້າຮ່ວມໂຄງການຊາວໜຸ່ມເດີນທະເລອາຊຽນ-ຍີ່ປຸ່ນ ເຊິ່ງຈະມີການເປີດບັ້ນສອບເສັງຄັດເລືອກໃນຊ່ວງເດືອນພຶດສະພາຂອງທຸກໆປີ (ທັງໝົດທີ່ກ່າວມານັ້ນ ແມ່ນຂໍ້ມູນກ່ອນ Covid19 ມີການລະບາດ ແຕ່ສຳລັບຂໍ້ມູນປັດຈຸບັນ ແມ່ນສາມາດຕິດຕາມການແຈ້ງການຈາກ facebook fanpage ຂອງສູນກາງຊາວໜຸ່ມປະຊາຊົນປະຕິວັດລາວໄດ້).

ເນື່ອງຈາກຂະບວນການຄັດເລືອກດັ່ງກ່າວ ແມ່ນມີລັກສະນະຂ້ຽວຂຸ້ນ ແລະ ມີລະດັບຍາກພໍສົມຄວນ, ສະນັ້ນ, ຈຶ່ງແນະນຳບັນດາທ່ານທຳຄວາມເຂົ້າໃຈກ່ຽວກັບປະຫວັດຄວາມເປັນມາ, ຈຸດປະສົງ ແລະ ກິດຈະກຳການເຄື່ອນໄຫວຕ່າງໆຂອງໂຄງການໃນພາກທີ 1 ທີ່ມີຊື່ຫົວຂໍ້ວ່າ “ຊອກຫາຂໍ້ມູນ”. ຫຼັງຈາກນັ້ນ, ເພື່ອເປັນການເຫັນພາບກ່ຽວກັບກິດຈະກຳຕ່າງໆໄດ້ຢ່າງຊັດເຈນຕື່ມຂຶ້ນໄປອີກ ແມ່ນສາມາດເຂົ້າເບິ່ງວິດີໂອຕ່າງໆທີ່ມີການບັນທຶກໄວ້ ຢູ່ໃນພາກທີ 2 (ຊອກຫາແຮງບັນດານໃຈ). ພາກສຸດທ້າຍ, ພາກທີ 3 (ຊອກຫາວິທີກຽມຕົວ) ແມ່ນໄດ້ຮວບຮວບຊ່ອງທາງ ແລະ ເອກະສານຕ່າງໆໄວ້ເພື່ອເປັນບ່ອນອີງໃນການຄົ້ນຄວ້າສຳລັບບັນດາທ່ານທີ່ຢາກກຽມພ້ອມເພື່ອສອບເສັງຄັດເລືອກເປັນໜຶ່ງໃນຕົວແທນຊາວໜຸ່ມລາວໃນຂອບເຂດທົ່ວປະເທດ.