"The only true wisdom

is in knowing you know nothing."

- Socrates

1. ປະຫວັດຄວາມເປັນມາ (Origin)

ໂຄງການຊາວໜຸ່ມເດີນທະເລອາຊຽນ-ຍີ່ປຸ່ນ (SSEAYP) ແມ່ນອີງຕາມການລົງນາມຮ່ວມ ເຊິ່ງຮັບຮອງໃນເດືອນມັງກອນ ປີ 1974 ລະຫວ່າງປະເທດຍີ່ປຸ່ນກັບສາທາລະນະລັດອິນໂດເນເຊຍ, ປະເທດມາເລເຊຍ, ສາທາລະນະລັດຟີລິບປິນ, ສາທາລະນະລັດສິງກະໂປ ແລະ ລາຊະອານາຈັກໄທ.


ປະເທດບຣູໄນດາຣູຊາລາມພາຍຫຼັງທີ່ໄດ້ຮັບເອກະລາດສົມບູນ ແລະ ເຂົ້າເປັນສະມາຊິກ ASEAN ໃນປີ 1984 ກໍໄດ້ເຂົ້າຮ່ວມໂຄງການໃນປີ 1985.


ສາທາລະນະລັດສັງຄົມນິຍົມຫວຽດນາມ ເຂົ້າຮ່ວມໃນປີ 1996 ພາຍຫຼັງໄດ້ເຂົ້າເປັນສາມາຊິກ ASEAN ໃນເດືອນກໍລະກົດໃນປີ 1995 ແລະ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວພ້ອມດ້ວຍສາທາລະນະລັດແຫ່ງສະຫະພາບມຽນມາກໍໄດ້ເຂົ້າຮ່ວມໃນປີ 1998 ພາຍຫຼັງທີ່ທັງສອງປະເທດໄດ້ເຂົ້າເປັນສາມາຊິກ ASEAN ໃນປີ 1997.


ນອກຈາກນີ້, ໃນປີ 2000, ລາຊະອານາຈັກກຳປູເຈຍກໍໄດ້ເຂົ້າຮ່ວມໂຄງການພາຍຫຼັງທີ່ເຂົ້າເປັນສະມາຊິກ ASEAN ໃນເດືອນເມສາ ປີ 1999.



Courtesy Call from Representatives of the Ship for Southeast Asian and Japanese Youth Program (2019) source: https://japan.kantei.go.jp/98_abe/actions/201910/_00070.html#inner_content1

ໂຄງການນີ້ ແມ່ນໄດ້ຮັບການຈັດຕັ້ງປະຕິບັດໂດຍລັດຖະບານຍີ່ປຸ່ນພ້ອມດ້ວຍຄວາມຮ່ວມມື ແລະ ການເຂົ້າຮ່ວມຢ່າງຫ້າວຫັນຂອງ 10 ປະເທດອາຊີຕະເວັນອອກສ່ຽງໃຕ້.


ໃນປີ 2013, ໂຄງການໄດ້ຄົບຮອບ 40 ປີ, ຜູ້ແທນຈາກລັດຖະບານຂອງ 11 ປະເທດທີ່ເຂົ້າຮ່ວມ ແມ່ນໄດ້ທົບທວນເຖິງປະຫວັດສາດ ແລະ ໝາກຜົນຂອງໂຄງການ. ສະນັ້ນ, ຈຶ່ງໄດ້ຕັດສິນໃຈສືບຕໍ່ຈັດຕັ້ງປະຕິບັດໂຄງການ ລວມທັງໄດ້ພິຈາລະນາວິໄສທັດແຫ່ງອະນາຄົດຂອງໂຄງການ, ໄດ້ຢືນຢັນການສະໜັບສະໜູນ, ບົດບາດ ແລະ ຄວາມຮັບຜິດຊອບຕໍ່ກັບຜົນສຳເລັດຂອງໂຄງການ ແລະ ໄດ້ເຊັນການລົງນາມຮ່ວມກັນ.