"He who has never learned to obey

cannot be a good commander."

- Aristotle

2. ຈຸດປະສົງ (Purpose)

ຈຸດປະສົງຂອງໂຄງການ ແມ່ນເພື່ອສົ່ງເສີມມິດຕະພາບ ແລະ ຄວາມເຂົ້າໃຈອັນດີລະຫວ່າງຊາວໜຸ່ມຈາກປະເທດຍີ່ປຸ່ນ ແລະ 10 ປະເທດອາຊີຕະເວັນອອກສ່ຽງໃຕ້, ເພື່ອເປີດໂລກະທັດ, ທັງຍັງຍົກສູງຈິດໃຈແຫ່ງການຮ່ວມມືກັນໃນລະດັບນາໆຊາດ ແລະ ເພີ່ມພູນທັກສະໃນການເຮັດວຽກຮ່ວມກັນໃນລະດັບສາກົນ.

ດັ່ງນັ້ນ, ຈຶ່ງກໍ່ໃຫ້ເກີດມີການເສີມສ້າງຊາວໜຸ່ມຜູ້ມີຄວາມຮູ້ຄວາມສາມາດ ໃຫ້ໄດ້ມີໂອກາດສະແດງພາວະຜູ້ນຳຢູ່ຫຼາຍຂົງເຂດວຽກງານໃນສັງຄົມໂລກ ແລະ ທັງຍັງໄດ້ມີໂອກາດປະກອບສ່ວນຊ່ວຍເຫຼືອສັງຄົມໃນຫຼາຍຂົງເຂດເປັນຕົ້ນແມ່ນການພັດທະນາຊາວໜຸ່ມ.


ຈຸດປະສົງດັ່ງກ່າວ ແມ່ນສາມາດບັນລຸໄດ້ຜ່ານການແບ່ງປັນປະສົບການກ່ຽວກັບຊີວິດການເປັນຢູ່ຂອງກັນ ແລະ ກັນພາຍໃນເຮືອ, ຜ່ານການແນະນຳກ່ຽວກັບປະເທດຂອງຕົນເອງ, ຜ່ານການເຂົ້າຮ່ວມສົນທະນາ ແລະ ກິດຈະກຳຕ່າງໆທັງໃນເຮືອ ແລະ ໃນປະເທດທີ່ຈະລົງຢ້ຽມຢາມ (country to be visited).



SSEAYP logo source: https://ppansumbar.wordpress.com/program/sseayp/