"There is nothing impossible

to him who will try."

- Alexander the Great

3. ແຜນການເຄື່ອນໄຫວຂອງໂຄງການ (Outline of the Program)

(1) ຕາຕະລາງເຄື່ອນໄຫວ (Schedule)

ໄລຍະເວລາຂອງໂຄງການ 45th SSEAYP 2018 ແມ່ນ 52 ວັນ.

(2) ກິດຈະກຳພາຍໃນເຮືອ (Activities Onboard the Ship)

ຄະນະຊາວໜຸ່ມ (Participating Youth (PY)) ຈະໄດ້ເຂົ້າຮ່ວມໃນກິດຈະກຳດັ່ງຕໍ່ໄປນີ້:

a) ສົນທະນາຫົວຂໍ້ວິຊາການ ແລະ ການເຄື່ອນໄຫວຫຼັງຈົບໂຄງການ (Discussion Program and Post-Program Session)

b) ກຸ່ມເຮັດກິດຈະກຳ (Solidarity Group Activity)

c) PY Seminar

d) ກິດຈະກຳອາສາສະໝັກມ່ວນຊື່ນ (Voluntary Activity)

e) ສະແດງສິລະປະວັດທະນະທຳ (National Presentation)

f) ບັນຍາຍ (Lectures)

g) ປະຖົມນິເທດກ່ຽວກັບຄວາມປອດໄພພາຍໃນເຮືອ ແລະ ຊ້ອມອົບພະຍົບ

h) ກິດຈະກຳອື່ນໆທີ່ໄດ້ອະນຸມັດໂດຍ COC


Nippon Maru source: https://en.wikipedia.org/wiki/Ship_for_Southeast_Asian_and_Japanese_Youth_Program

(3) ກິດຈະກຳໃນປະເທດທີ່ຈະລົງຢ້ຽມຢາມ

ຊາວໜຸ່ມ ຈະໄດ້ເຂົ້າຮ່ວມໃນກິດຈະກຳດັ່ງຕໍ່ໄປນີ້ໃນປະເທດຍີ່ປຸ່ນ ແລະ ປະເທດທີ່ຈະລົງຢ້ຽມຢາມ.
ໂຄງການ ແມ່ນຈະໄດ້ຮັບການກະກຽມໂດຍລັດຖະບານຂອງປະເທດຍີ່ປຸ່ນ ແລະ ລັດຖະບານຈາກປະເທດອາຊີຕະເວັນອອກສ່ຽງໃຕ້ທີ່ເຂົ້າຮ່ວມ ຫຼື ໂດຍຄະນະຕ້ອນຮັບ.

a) ພົບປະຜູ້ແທນຂັ້ນສູງ (Courtesy calls and receptions)

b) ກຸ່ມເຮັດກິດຈະກຳ (ຍົກເວັ້ນ National Leader)

c) ເປີດທົວເຮືອ (Open ship)

d) ຢ້ຽມຢາມສະຖາບັນຕ່າງໆ ແລະ ເຮັດກິດຈະກຳຮ່ວມກັບຊາວໜຸ່ມຈາກສະຖາບັນນັ້ນໆ

e) ກິດຈະກຳອື່ນໆທີ່ທາງປະເທດເຈົ້າພາບເປັນຜູ້ຈັດ

ໃນຂະນະດຽວກັນ, ຜູ້ທີ່ໄດ້ຮັບການຄັດເລືອກເຊິ່ງປະກອບມີ: Administrator, the National Leader of the Philippines, all Youth Leaders ແລະ administrative staff members ຈຳນວນໜຶ່ງ ແມ່ນຈະໄດ້ເຂົ້າຮ່ວມກິດຈະກຳດັ່ງຕໍ່ໄປນີ້ທີ່ Davao (ປະເທດຟີລິບປິນ) ອີງຕາມການຈັດຕັ້ງປະຕິບັດໂດຍລັດຖະບານຟີລິບປິນ ຫຼື ຄະນະຕ້ອນຮັບ.

a) ພົບປະຜູ້ແທນຂັ້ນສູງ (Courtesy calls and receptions)

b) ລົງຢ້ຽມຢາມສູນຊາວໜຸ່ມ, ສູນວັດທະນະທຳ ແລະ ອື່ນໆ

c) ກິດຈະກຳອື່ນໆທີ່ທາງລັດຖະບານຟີລິບປິນເປັນຜູ້ຈັດ

(4) ພາສາທີ່ໃຊ້

ພາສາອັງກິດ ເປັນພາສາທີ່ໃຊ້ຕະຫຼອດຈົນຈົບໂຄງການ.