"Every man I meet is my superior in some way.
In that, I learn of him"

- Dale Carnegie

4-1. ຜູ້ເຂົ້າຮ່ວມ - ຄະນະຊາວໜຸ່ມ (Participants - Participating Youths (PY))

a) ການຄັດເລືອກ PY


ລັດຖະບານຍີ່ປຸ່ນ ແລະ ລັດຖະບານຈາກ 10 ປະເທດອາຊີຕະເວັນອອກສ່ຽງໃຕ້ (ຕໍ່ໄປນີ້ຈະໃຊ້ຄຳວ່າ “ລັດຖະບານແຕ່ລະປະເທດ” ແທນ) ແມ່ນຕ້ອງເຜີຍແຜ່ຂໍ້ມູນກ່ຽວກັບໂຄງການໃຫ້ແກ່ຊາວໜຸ່ມ ແລ້ວຄັດເລືອກເອົາ PY ຜູ້ທີ່ມີຄຸນສົມບັດທີ່ສອດຄ່ອງກັບເງື່ອນໄຂພື້ນຖານຕາມທີ່ລະບຸໄວ້ຂ້າງລຸ່ມ ໂດຍອີງຕາມຈຳນວນຂອງ PY ທີ່ໄດ້ກໍານົດໄວ້. ລັດຖະບານແຕ່ລະປະເທດ ແມ່ນຈະຕ້ອງຄັດເລືອກເອົາ PY ທີ່ເປັນເພດຊາຍ ແລະ ເພດຍິງໃນຈຳນວນເທົ່າໆກັນ.


PY ທີ່ຈະເຂົ້າຮ່ວມໂຄງການຄວນມີຄຸນສົມບັດດັ່ງຕໍ່ໄປນີ້:


i) ມີອາຍຸລະຫວ່າງ 18 ຫາ 30 ປີ ຕາມວັນໃດໜຶ່ງໃນປີ 2018 ເຊິ່ງໄດ້ກໍານົດໄວ້ໂດຍລັດຖະບານແຕ່ລະປະເທດ;


ii) ສາມາດເຂົ້າຮ່ວມຕະຫຼອດຈົນຈົບໂຄງການໄດ້;


iii) ມີທັກສະພາສາອັງກິດທີ່ດີ ພ້ອມທີ່ຈະເຂົ້າຮ່ວມກິດຈະກໍາຕ່າງໆໄດ້ທັງເວລາຢູ່ໃນເຮືອ ແລະ ໃນປະເທດທີ່ຈະລົງຢ້ຽມຢາມ;


iv) ມີສຸຂະພາບໃຈ ແລະ ກາຍທີ່ສົມບູນດີ;


v) ສາມາດຮ່ວມມື ແລະ ປັບຕົວກັບການໃຊ້ຊີວິດເປັນກຸ່ມ ອີງຕາມແຜນການເຄື່ອນໄຫວຂອງໂຄງການ;


vi) ມີຄວາມສົນໃຈ ແລະ ຄວາມເຂົ້າໃຈໃນລະດັບດີກ່ຽວກັບປະເທດຕ່າງທີ່ເຂົ້າຮ່ວມ.



PYs 2016 source: https://www.iyeo.or.jp/caoprogram/sseayp/

b) ໜ້າທີ່ ແລະ ຄວາມຮັບຜິດຊອບຂອງ PY


ໜ້າທີ່ ແລະ ຄວາມຮັບຜິດຊອບທີ່ PY ຄວນປະຕິບັດຕາມຕະຫຼອດຈົນຈົບໂຄງການ ແມ່ນໄດ້ລະບຸດັ່ງຂ້າງລຸ່ມນີ້:


(ໜ້າທີ່ ແລະ ຄວາມຮັບຜິດຊອບຂອງ PY)


ຄະນະຊາວໜຸ່ມ (PY) ແມ່ນຕ້ອງເຂົ້າຮ່ວມໂຄງການດ້ວຍຄວາມຫ້າວຫັນສູງ ໂດຍເປັນເຈົ້າຕົນເອງໃນການຍຶດໝັ້ນໃນເປົ້າໝາຍຂອງໂຄງການ ພ້ອມທັງປະຕິບັດຕາມໜ້າທີ່ ແລະ ຄວາມຮັບຜິດຊອບຕໍ່ໄປນີ້ດ້ວຍທັດສະນະຄະຕິເຊີງບວກ.


1. ພັດທະນາຄວາມສາມາດຂອງຕົນເອງຜ່ານການເຮັດກິດຈະກໍາຕ່າງໆຢູ່ໃນເຮືອ ແລະ ໃນປະເທດທີ່ຈະລົງຢ້ຽມຢາມ;


PY ຈະຕ້ອງຂໍອະນຸຍາດຄະນະນໍາພາໂຄງການທຸກຄັ້ງຖ້າຫາກຕ້ອງການຂໍລາພັກ, ມາຊ້າ ຫຼື ອອກຈາກກິດຈະກໍາໃດໜຶ່ງ ດ້ວຍເຫດຜົນທີ່ມີນໍ້າໜັກພຽງພໍ;


2. ຮ່ວມມືກັບຜູ້ອື່ນ ແລະ ປະພຶດຕົວດ້ວຍຄວາມເໝາະສົມ ຕາມທີ່ກໍານົດໄວ້ໃນ Guideline ຂອງໂຄງການ;


3. ປະຕິບັດຕາມກົດລະບຽບດ້ານຄວາມປອດໄພ;


4. ປະຕິບັດຕາມຂໍ້ກໍານົດຕ່າງໆທີ່ໄດ້ລະບຸໄວ້ໃນ Guideline ກ່ຽວກັບໂຄງການເດີນທະເລອາຊຽນ-ຍີ່ປຸ່ນ ຄັ້ງທີ 45 ເປັນຕົ້ນ;


5. ປະຕິບັດຕາມຂໍ້ແນະນໍາທີ່ໄດ້ຊີ້ແຈງໄວ້ໃນ Guidebook (ພາກທີ 5 ວ່າດ້ວຍ “ຂໍ້ແນະນໍາສໍາລັບຜູ້ເຂົ້າຮ່ວມ”);


6. ປະຕິບັດຕາມການນໍາພາ ແລະ ຄໍາແນະນໍາຂອງຫົວໜ້າຄະນະຊາວໜຸ່ມ (National Leader) ແລະ ສະມາຊິກຄະນະນຳພາໂຄງການ (Administrative Staff Member) ທີ່ກ່ຽວຂ້ອງກັບ 5 ຂໍ້ຂ້າງເທິງ.