"The starting point of all achievement is DESIRE.
Keep this constantly in mind.
Weak desire brings weak results,
just as a small fire makes a small amount of heat."

- Napoleon Hill

4-2. ຜູ້ເຂົ້າຮ່ວມ - ຫົວໜ້າຄະນະຊາວໜຸ່ມ (Participants - National Leader (NL))

a) ການຄັດເລືອກ NL


ລັດຖະບານຂອງແຕ່ລະປະເທດ ແມ່ນຕ້ອງແຕ່ງຕັ້ງ NL ຜູ້ໜຶ່ງ (ອ່ານວ່າ “ເອັນແອັວ” ເຊິ່ງແປວ່າ “ຫົວໜ້າຄະນະຊາວໜຸ່ມ”) ເພື່ອນໍາພາ PY ຈາກປະເທດຕົນ ແລະ ທັງຍັງເປັນສະມາຊິກ COC. ລັດຖະບານຍີ່ປຸ່ນ ແມ່ນໃຫ້ຄໍາເຫັນວ່າ NL ຄວນມີຄຸນສົມບັດດັ່ງນີ້:


i) ຢູ່ໃນໄວ 30 ຫຼື 40 ປີ;


ii) ເຄີຍເຂົ້າຮ່ວມໂຄງການ SSEAYP ໃນຖານະ PY ຜູ້ໜຶ່ງມາກ່ອນ;


ເຖິງແນວໃດກໍ່ຕາມ, ລັດຖະບານຍີ່ປຸ່ນ ແມ່ນຈະເຄົາລົບໃນການຕັດສິນໃຈຂອງລັດຖະບານແຕ່ລະປະເທດ ໃນການຄັດເລືອກ ແລະ ແຕ່ງຕັ້ງ NL ຂອງຕົນ.


Learni Logo source: (Add Before Publishing)

b) ໜ້າທີ່ ແລະ ຄວາມຮັບຜິດຊອບຂອງ NL


ໜ້າທີ່ ແລະ ຄວາມຮັບຜິດຊອບທີ່ NL ຄວນປະຕິບັດຕາມຕະຫຼອດຈົນຈົບໂຄງການ ແມ່ນໄດ້ລະບຸດັ່ງຂ້າງລຸ່ມນີ້:


(ໜ້າທີ່ ແລະ ຄວາມຮັບຜິດຊອບຂອງ NL)


ຫົວໜ້າຄະນະຊາວໜຸ່ມ (NL) ແມ່ນມີບົດບາດນໍາພາຄະນະຊາວໜຸ່ມຂອງປະເທດຕົນ, ໃຫ້ຄໍາແນະນໍາແກ່ PY ຄົນອື່ນໆໃນເວລາຈໍາເປັນ ແລະ ຕິດຕາມການປະຕິບັດລະບຽບ ແລະ ຂໍ້ກໍານົດຕ່າງໆສໍາລັບຄວາມປອດໄພພາຍໃນເຮືອຂອງ PY ຈາກປະເທດຕົນ.


ໜ້າທີ່ ແລະ ບົດບາດຂອງ NL ທີ່ໄດ້ກໍານົດໄວ້ສະເພາະ ແມ່ນມີດັ່ງນີ້:


1. ຮັກສາກົດລະບຽບ ແລະ ຂໍ້ກໍານົດຕ່າງໆ, ປະພຶດດ້ວຍມາລະຍາດອັນດີ ແລະ ເປັນແບບຢ່າງໃຫ້ແກ່ PY;


2. ເຂົ້າຮ່ວມປະຊຸມກັບຄະນະປະຕິບັດງານເດີນທະເລ (COC) ພ້ອມທັງປຶກສາຫາລື ແລະ ຕັດສິນໃຈບັນຫາພື້ນຖານ ທີ່ກ່ຽວຂ້ອງກັບກິດຈະກໍາພາຍໃນເຮືອ ໂດຍອີງຕາມ Guideline ກ່ຽວກັບໂຄງການເດີນທະເລອາຊຽນ-ຍີ່ປຸ່ນ ຄັ້ງທີ 45 ເປັນຕົ້ນ;


3. ຕິດຕາມວ່າ PY ຈາກປະເທດຕົນ ແມ່ນຮັບຮູ້ ແລະ ເຂົ້າໃຈກ່ຽວກັບເນື້ອໃນຕ່າງໆທີ່ໄດ້ຂຽນໄວ້ໃນ Guideline ຫຼື ທີ່ໄດ້ກໍານົດໂດຍ COC ພ້ອມທັງໃຫ້ຄໍາແນະນໍາແກ່ PY ຄົນອື່ນໆໃນການປະຕິບັດຕາມແຜນການເຄື່ອນໄຫວໂຄງການຢ່າງເອົາໃຈໃສ່;


4. ດໍາເນີນກອງປະຊຸມຂອງປະເທດຕົນ (contingent meeting) ແລະ ຮັບປະກັນການສື່ສານກັນໃຫ້ເປັນລະບຽບຮຽບຮ້ອຍພາຍໃນກອງປະຊຸມຂອງປະເທດຕົນ ລວມທັງບອກຕໍ່ຂໍ້ມູນ ແລະ ແຈ້ງການຕ່າງໆທີ່ໄດ້ປະກາດໂດຍຄະນະນໍາພາໂຄງການ;


5. ໃຫ້ຄໍາແນະນຳແກ່ Group Leader Meeting, Discussion Program Steering Committee ຫຼື Sub-Committee ຕາມທີ່ໄດ້ຮັບການມອບໝາຍໃນເວລາທີ່ຈໍາເປັນ;


6. ຕິດຕາມເບິ່ງ PY ທີ່ເຂົ້າຮ່ວມໃນຫົວຂໍ້ສົນທະນາວິຊາການ (Discussion Program) ວ່າມີລັກສະນະແນວໃດ ແລະ ທັງຕິດຕາມເນື້ອໃນທີ່ເຂົາເຈົ້າສົນທະນາກັນ. ພ້ອມນັ້ນຍັງໄດ້ເຂົ້າຮ່ວມໃນວຽກງານເຄື່ອນໄຫວຫຼັງຈົບໂຄງການ (Post-Program Session) ຂອງປະເທດຕົນ ເພື່ອໃຫ້ຄໍາແນະນໍາຮ່ວມກັນກັບ OBSC;


7. ກະກຽມຄໍາປາໄສໃນງານສໍາຄັນຕ່າງໆເຊັ່ນວ່າ ພິທີເຄົາລົບທຸງຊາດ;


8. ຊີ້ນຳນຳພາ PY ໃນການປະຕິບັດຕາມແຜນເຄື່ອນໄຫວ ທີ່ວາງອອກໂດຍລັດຖະບານທີ່ກ່ຽວຂ້ອງ ຫຼື ໂດຍຄະນະຕ້ອນຮັບ ແລະ ຮ່ວມມືກັບຄະນະນໍາພາໂຄງການເພື່ອຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພໃນລະຫວ່າງການລົງເຄື່ອນໄຫວເຮັດກິດຈະກຳໃນປະເທດໃດໜຶ່ງ (country program);


9. ນຳພາປະເທດຕົນ ແລະ ດູແລຮັບຜິດຊອບກຸ່ມເຮັດກິດຈະກໍາ (Solidarity Group (SG)) ໃນລະຫວ່າງການລົງເຄື່ອນໄຫວເຮັດກິດຈະກຳໃນປະເທດເຈົ້າພາບ;


10. ສາມາດຕິດຕໍ່ໄດ້ໂດຍ PY ຈາກປະເທດຕົນດ້ວຍໂທລະສັບ ແລະ ກຽມພ້ອມສໍາລັບເຫດສຸກເສີນຕະຫຼອດເວລາໃນລະຫວ່າງການລົງເຄື່ອນໄຫວເຮັດກິດຈະກຳໃນປະເທດເຈົ້າພາບ;


11. ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນ PY ຈາກປະເທດຕົນທາງດ້ານຮ່າງກາຍ ແລະ ຈິດໃຈທຸກໆຄັ້ງໃນຍາມຈໍາເປັນ ເພື່ອໃຫ້ເຂົາເຈົ້າສາມາດເຂົ້າຮ່ວມເຮັດກິດຈະກໍາຕ່າງໆໄດ້ໂດຍປາສະຈາກບັນຫາໃດໆ;


12. ເຂົ້າຮ່ວມງານລວມລຸ້ນໃນເຮືອ (Reunion Party Onboard) ຢູ່ແຕ່ລະປະເທດ;


13. ລາຍງານໃຫ້ກັບລັດຖະບານປະເທດຕົນໃຫ້ຮັບຊາບກ່ຽວກັບການປະເມີນ ແລະ ຄໍາແນະນໍາຕໍ່ກັບກິດຈະກໍາທີ່ຈັດຢູ່ໃນປະເທດທີ່ເຮືອລົງຈອດ (country program) ທີ່ໄດ້ຖືກຍົກຂຶ້ນມາເປັນປະເດັນໃນ COC ເພື່ອທີ່ຈະໄດ້ທົບທວນຄືນ ແລະ ປັບປຸງໃຫ້ດີຂຶ້ນໃນຄັ້ງຕໍ່ໆໄປ;


14. ເຂົ້າຮ່ວມກອງປະຊຸມຕໍ່ໄປນີ້:


1) ກອງປະຊຸມສະຫຼຸບໃນ COC

ກອງປະຊຸມສະຫຼຸບໃນ COC ແມ່ນກອງປະຊຸມໜຶ່ງທີ່ລັດຖະບານທີ່ກ່ຽວຂ້ອງ ແລະ ຄະນະຕ້ອນຮັບເຂົ້າໄປໃນເຮືອເພື່ອທີ່ຈະຢືນຢັນກັບ NL ກ່ຽວກັບກິດຈະກໍາຕ່າງໆທີ່ຈະຈັດຂຶ້ນໃນປະເທດຂອງຕົນ ໃນເວລາທີ່ເຮືອມາຮອດທ່າເຮືອ.

2) ກອງປະຊຸມອື່ນໆທີ່ທາງຄະນະນໍາພາໂຄງການໄດ້ຮຽນເຊີນ NL ໃຫ້ເຂົ້າຮ່ວມ.


15. ຮ່ວມມືກັບຄະນະນໍາພາໂຄງການໃນນາມຫົວໜ້າຄະນະຊາວໜຸ່ມຈາກປະເທດຕົນ ເພື່ອຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພຂອງໂຄງການ;


16. ປະຕິບັດຕາມຄໍາແນະນຳຂອງຄະນະນໍາພາໂຄງການ ທີ່ກ່ຽວຂ້ອງກັບການຈັດຕັ້ງປະຕິບັດ ແລະ ແຜນການຂອງໂຄງການ.