"Do not be anxious about tomorrow,
for tomorrow will be anxious for itself.
Let the day's own trouble be sufficient for the day."

- Jesus Christ

5. ມາດຕະການຕໍ່ຜູ້ເຂົ້າຮ່ວມທີ່ລະເມີດກົດລະບຽບ (Measures for Erring Participants)

(1) ຫົວໜ້າຊີ້ນໍາລວມ (General Director) (ຫຼື ເອີ້ນວ່າຫົວໜ້າຄະນະໂຄງການ (Admnistrator) ຫຼັງຈາກເຮືອໄດ້ລ່ອງອອກຈາກທ່າເຮືອແລ້ວ) ແມ່ນຈະຕັກເຕືອນ ຫຼື ປະຕິບັດວິໄນໃຫ້ຖອນຕົວ PY ຫຼື NL ອອກຈາກໂຄງການ ເມື່ອ PY ຜູ້ນັ້ນແມ່ນຫາກໄດ້ລະເມີດຂໍ້ບັງຄັບກ່ຽວກັບ “ໜ້າທີ່ ແລະ ຄວາມຮັບຜິດຊອບຂອງຄະນະຊາວໜຸ່ມ” ຫຼື NL ຜູ້ນັ້ນແມ່ນຫາກໄດ້ລະເມີດຂໍ້ບັງຄັບກ່ຽວກັບ “ໜ້າທີ່ ແລະ ຄວາມຮັບຜິດຊອບຂອງຫົວໜ້າຮັບຜິດຊອບຄະນະຊາວໜຸ່ມ” ຫຼື ໄດ້ລະເມີດກົດລະບຽບ ແລະ ຂໍ້ບັງຄັບອື່ນໆທີ່ກໍານົດໄວ້ໃນໂຄງການ.


(2) ທາງໂຄງການ ແມ່ນຈະແຈ້ງ PY ຫຼື NL ດັ່ງກ່າວ ແລະ ລັດຖະບານຂອງຜູ້ກ່ຽວທັນທີ ເມື່ອ PY ຫຼື NL ຜູ້ນັ້ນໄດ້ຖືກຕັກເຕືອນ ຫຼື ປະຕິບັດວິໄນໃຫ້ຖອນຕົວອອກຈາກໂຄງການ.


(3) PY ຫຼື NL ທີ່ໄດ້ຖືກປະຕິບັດວິໄນໃຫ້ຖອນຕົວອອກຈາກໂຄງການດັ່ງເຫດຜົນຂ້າງເທິງ ແມ່ນຕ້ອງກັບຄືນປະເທດຕົນທັນທີ.


(4) ລັດຖະບານຍີ່ປຸ່ນຈະບໍ່ຮັບຜິດຊອບຄ່າໃຊ້ຈ່າຍໃດໆໃນການເດີນທາງກັບຄືນປະເທດຕົນໃຫ້ແກ່ PY ຫຼື NL ທີ່ໄດ້ຖືກປະຕິບັດວິໄນໃຫ້ຖອນຕົວອອກຈາກໂຄງການອີງຕາມຂໍ້ກຳນົດທີ 5.(1).


Nippon Maru source: https://kaguyareisebuero.com/plan/389/