"If anything is worth doing,
do it with all your heart."

- Buddha

6. ເນື້ອໃນກ່ຽວກັບການຖອນຕົວອອກຈາກການເຂົ້າຮ່ວມໂຄງການ (Notice of Cancellation of Participation)

(1) ຫົວໜ້າຊີ້ນຳລວມ (ຫຼື ເອີ້ນວ່າຫົວໜ້າຄະນະໂຄງການຫຼັງຈາກເຮືອໄດ້ລ່ອງອອກຈາກທ່າເຮືອແລ້ວ) ຈະຕ້ອງຮັບເອົາເອກະສານຖອນຕົວທັນທີ ແລະ ແຈ້ງວ່າຄຸນສົມບັດໃນການເປັນ PY ຫຼື NL ຖືກຍົກເລີກເມື່ອເຂົາເຈົ້າ


a) ສະແດງຄວາມຕັ້ງໃຈທີ່ຈະຖອນຕົວອອກຈາກໂຄງການດ້ວຍເຫດຜົນທີ່ຫຼີກລ້ຽງບໍ່ໄດ້;

b) ແມ່ນຖືກຮຽກຕົວກັບຄືນປະເທດໂດຍລັດຖະບານຂອງຕົນດ້ວຍເຫດຜົນທີ່ບໍ່ຄາດຄິດ.

(2) PY ຫຼື NL ຄົນໃດທີ່ໄດ້ຮັບອະນຸຍາດໃນການຖອນຕົວອອກຈາກການເຂົ້າຮ່ວມໂຄງການຕ້ອງໄດ້ເດີນທາງກັບປະເທດຂອງຕົນທັນທີ.



Nippon Maru source: https://www.forbes.com/sites/nishandegnarain/2020/10/15/what-a-drunken-captain-on-mitsui-osks-nippon-maru-means-for-the-mauritius-wakashio-enquiry/?sh=591f73b27e28

(3) ລັດຖະບານຍີ່ປຸ່ນຈະບໍ່ຮັບຜິດຊອບຄ່າໃຊ່ຈ່າຍໃດໆ ໃນການເດີນທາງກັບປະເທດຂອງ PY ຫຼື NL ຫຼັງຈາກທີ່ຖອນຕົວອອກຈາກໂຄງການ ຕາມຂໍ້ກຳນົດທີ 6.(1). (ແຕ່ລັດຖະບານຍີ່ປຸ່ນກໍຈະຈ່າຍຄ່າປີ້ຍົນໃຫ້ກັບ PY ຫຼື NL (ຊັ້ນ economy class ຍົກເວັ້ນຄ່ານຳ້ໜັກກະເປົ໋າທີ່ເກີນກຳນົດ). PY ຫຼື NL ຕ້ອງເດີນທາງໄປເມືອງຫຼວງປະເທດຂອງຕົນ (ສ່ວນສະຫະພາບມຽນມາຕ້ອງເດີນທາງໄປ ຢາງກຸ້ງ ແທນ). ສຳລັບການເດີນທາງກັບປະເທດໃນກໍລະນີທີ່ຈຳເປັນເຊັ່ນ: (i) ກໍລະນີສຸກເສີນ ຫຼື ຄົນໃນຄອບຄົວຂອງ PY ຫຼື NL ເຊັ່ນ: ພໍ່, ແມ່, ອ້າຍ, ເອື້ອຍ, ນ້ອງ ຫຼື ຜົວ-ເມຍ ເສຍຊີວິດ. (ii) ການເຈັບເປັນ ຫຼື ເກີດອຸບັດຕິເຫດ ທີ່ເຮັດໃຫ້ PY ຫຼື NL ດຳເນີນໂຄງການໄປຕໍ່ບໍ່ໄດ້).