"Your time is limited,
so don't waste it living someone else's life."

- Steve Jobs

8. ການສົ່ງບົດລາຍງານ, ການປິ່ນປົວ ແລະ ຄ່າໃຊ້ຈ່າຍຕ່າງໆໃນກໍລະນີສຸກເສີນ, ການຈັດການເລື່ອງສຸຂະພາບ ແລະ ອື່ນໆ (Reports Submission, Emergency Treatments and Expenses, Health Management and Others)

(1) ການສົ່ງບົດລາຍງານ (Reports Submission)


ຫົວໜ້າຄະນະໂຄງການ, ລັດຖະບານ ແລະ PY ທີ່ເປັນຄົນຍີ່ປຸ່ນທຸກຄົນຈະຕ້ອງສົ່ງບົດລາຍງານກ່ຽວກັບກິດຈະກຳຕ່າງໆໄປຍັງຫ້ອງວ່າການລັດຖະບານຍີ່ປຸ່ນພາຍໃນເວລາທີ່ກຳນົດ ຕາມທີ່ສຳນັກງານນາຍົກລັດຖະມົນຕີວາງອອກ.


On Nippon Maru source: #

(2) ການປິ່ນປົວ ແລະ ຄ່າໃຊ້ຈ່າຍຕ່າງໆໃນກໍລະນີສຸກເສີນ (Emergency Treatments and Expenses)


ນອກຈາກຄ່າເດີນທາງ, ປະກັນໄພ ແລະ ອຸບັດຕິເຫດແລ້ວ ລັດຖະບານຍີ່ປຸ່ນຈະບໍ່ໄດ້ຮັບຜິດຊອບຄ່າໃຊ້ຈ່າຍໃນດ້ານສຸຂະພາບ ຍົກເວັ້ນແຕ່ວ່າຈະໄດ້ຮັບການເບິ່ງແຍງດູແລຈາກທ່ານໝໍປະຈຳເຮືອລະຫວ່າງການລ່ອງເຮືອ.

(3) ການຈັດການເລື່ອງສຸຂະພາບ (Health Management)


ສຳລັບເລື່ອງສຸຂະພາບແມ່ນຕ້ອງການໃຫ້ລັດຖະບານແຕ່ລະປະເທດມີຄວາມຮັບຜິດຊອບໃນການສັກຢາກັນພະຍາດ (ໂດຍສະເພາະ ແມ່ນພະຍາດທີ່ມີຄວາມສ່ຽງສູງຕໍ່ການຕິດເຊື້ອເຊັ່ນ: ໄຂ້ຫວັດໃຫຍ່, ອີ່ສຸກອີ່ໃສ ແລະ ພະຍາດແມງແດງ) ໃຫ້ກັບຜູ້ເຂົ້າຮ່ວມ ຫຼື ຢ່າງໜ້ອຍແນະນຳໃຫ້ມີການສັກຢາປ້ອງກັນພະຍາດກ່ອນເຂົ້າຮ່ວມໂຄງການ.

(4) ອື່ນໆ (Others)


ຜູ້ເຂົ້າຮ່ວມທຸກຄົນຕ້ອງຈ່າຍຄ່ານຳ້ໜັກກະເປົ໋າທີ່ເກີນກຳນົດຂອງຕົນ.