"Successful people are always looking for opportunities to help other.
Unsuccessful people are always asking, 'What's in it for me?'"

- Brian Tracy

2. ຄະນະນຳພາໂຄງການ (Administration)

(1) ໜ້າທີ່ຂອງ Administration ມີຄື:


a. ປະສານງານກັບທາງລັດຖະບານຍີ່ປຸ່ນ ຕະຫຼອດເຖິງຄະນະຕ້ອນຮັບຈາກປະເທດທີ່ເຂົ້າຮ່ວມ

b. ວາງແຜນ ແລະ ຈັດກິດຈະກຳຕ່າງໆຢູ່ໃນເຮືອ

c. ຈັດການການເຮັດກິດຈະກຳຕ່າງໆພາຍໃນປະເທດທີ່ຈະລົງຢ້ຽມຢາມ

d. ປະສານງານກັບບັນດາລູກເຮືອທຸກຄົນ

e. ເລື່ອງທົ່ວໄປ ແລະ ເລື່ອງການເງິນ

f. ປະສານງານ ແລະ ຕິດຕໍ່ພົວພັນກັບ COC,ພົວພັນກັບຄະນະຮັບຜິດຊອບກິດຈະກໍາສົນທະນາຫົວຂໍ້ວິຊາການ (Discussion Program Steering Committee), Sub-committee ແລະ ກອງປະຊຸມກຸ່ມຫົວໜ້າຄະນະຊາວໜຸ່ມ (Group Leaders Meeting)

(2) ຫົວໜ້າຊີ້ນຳລວມສຳລັບໂຄງການແລກປ່ຽນຊາວໜຸ່ມນາໆຊາດຂອງປະເທດຍີ່ປຸ່ນ (International Youth Exchange) ຈະຕ້ອງເເຕ່ງຕັ້ງຫົວໜ້າຄະນະໂຄງການ (Administrator), ຮອງຫົວໜ້າຄະນະໂຄງການ (Deputy Administrator) ແລະ ສະມາຊິກຄະນະນຳພາໂຄງການ (Administrative Staff Member).


(3) Administrator ທີ່ເປັນຕົວແທນໃຫ້ກັບລັດຖະບານຍີ່ປຸ່ນຈະຕ້ອງຮັບຜິດຊອບກ່ຽວກັບການຈັດການ ແລະ ການປະສານງານກ່ຽວກັບໂຄງການທັງໝົດ ໂດຍມີ Deputy Administrator ເປັນຜູ້ຊ່ວຍ ແລະ ຍັງສາມາດເຮັດວຽກແທນໄດ້ໃນກໍລະນີທີ່ Administrator ບໍ່ສາມາດປະຕິບັດໜ້າທີ່ໄດ້ ສ່ວນ Administrative Staff ແມ່ນຈະປະຕິບັດໜ້າທີ່ພາຍໃຕ້ຄຳແນະນຳຂອງ Administrator.



Nippon Maru source: (Add Before Publishing)