"You cannot control what happens to you,
but you can control your attitude toward what happens to you,
and in that, you will be mastering change
rather than allowing it to master you."

- Brian Tracy

3. ຄະນະປະຕິບັດງານເດີນທະເລ (Cruise Operating Committee (COC))

ໜ້າທີ່ ແລະ ຄວາມຮັບຜິດຊອບຂອງ Cruise Operating Committee (COC) ມີດັ່ງນີ້້:


(ໜ້າທີ່ ແລະ ຄວາມຮັບຜິດຊອບຂອງ Cruise Operating Committee)


Cruise Operating Committee (COC) ຈະມີຫົວໜ້າຄະນະຊາວໜຸ່ມ (National Leader (NL)) ຈາກແຕ່ລະປະເທດເຂົ້າຮ່ວມ ແລະ ກອງປະຊຸມ COC ຈະຕ້ອງມີຫົວໜ້າຄະນະໂຄງການ (Administrator) ແລະ ສະມາຊິກຄະນະນຳພາໂຄງການ (Administrative Staff Member) ເຂົ້າຮ່ວມ ພ້ອມທັງໃຫ້ຄຳແນະນຳໃຫ້ກັບ COC ເມື່ອຈຳເປັນ.

COC ຕ້ອງປຶກສາຫາລືເພື່ອເຫັນດີກ່ຽວກັບການຄຸ້ມຄອງກິດຈະກຳເບື້ອງຕົ້ນຢູ່ໃນເຮືອ ອີງຕາມຄູ່ມື Guideline ແລະ ອື່ນໆ.


ຕາມຫຼັັກການແລ້ວ, ກອງປະຊຸມ COC ແມ່ນຈະໄດ້ຈັດຂຶ້ນຫຼັງຂະບວນຊາວໜຸ່ມເດີນທະເລເດີນທາງອອກຈາກແຕ່ລະປະເທດ. Administrator ຫຼື NL ສາມາດແຊກແຊງ COC ໄດ້ເຊັ່ນດຽວກັນຖ້າຫາກຈຳເປັນ.


ບົດບາດຂອງປະທານ ແລະ ບົດບາດຜູ້ບັນທຶກກອງປະຊຸມ ແມ່ນ NL ຈະຕ້ອງປ່ຽນຜ້ຽນກັນເຮັດວຽກ.

ໜ້າທີ່ຂອງ COC ຈະຕ້ອງປະຕິບັດມີຄື:


(1) ຕ້ອງປຶກສາຫາລືເພື່ອເຫັນດີກ່ຽວກັບການຄຸ້ມຄອງກິດຈະກຳເບື້ອງຕົ້ນຢູ່ໃນເຮືອ ອີງຕາມຄູ່ມື Guideline;


(2) ໃຫ້ຄຳແນະນຳໃຫ້ແກ່ການຈັດກອງປະຊຸມ GL ກ່ຽວກັບການດຳເນີນກິດຈະກຳຢູ່ໃນເຮືອເມື່ອຈຳເປັນ;


(3) ໃຫ້ຄຳແນະນຳແກ່ sub-committee ກ່ຽວກັບການດຳເນີນກິດຈະກຳຂອງເຂົາເຈົ້າທຸກຄັ້ງເມື່ອຈຳເປັນ;


(4) ສະແດງຄວາມຄິດເຫັນທີ່ເຫັນວ່າສາມາດນຳໃຊ້ໄດ້ໃນການວາງແຜນ ແລະ ການເຄື່ອນໄຫວວຽກງານກ່ຽວກັບກິດຈະກໍາສົນທະນາຫົວຂໍ້ວິຊາການ (Discussion Program) ໂດຍຜ່ານສະມາຊິກ NL ທັງສາມທ່ານທີ່ເປັນ ຄະນະຮັບຜິດຊອບກິດຈະກໍາສົນທະນາຫົວຂໍ້ວິຊາການ (Discussion Program Steering Committee);


(5) ກວດກາຄືນ ແລະ ຢຶນຢັນຜົນການເຮັດກິດຈະກຳຕ່າງໆ ຫຼັງຈາກທີ່ໂຄງການໃນແຕ່ລະປະເທດສຳເລັດ.



Nippon Maru source: (Add Before Publishing)