"Don't wish it was easier, wish you were better.
Don't wish for less problems, wish for more skills.
Don't wish for less challenge, wish for more wishdom."

- Jim Rohn

4. ຄະນະຮັບຜິດຊອບກິດຈະກໍາສົນທະນາຫົວຂໍ້ວິຊາການ (Discussion Program Steering Committee)

ກິດຈະກໍາສົນທະນາຫົວຂໍ້ວິຊາການ (Discussion Program) ແລະ ວຽກງານເຄື່ອນໄຫວຫຼັງຈົບໂຄງການ (Post-Program Session) ເພື່ອດຳເນີນໄປຢ່າງສະດວກຈະຕ້ອງໄດ້ແຕ່ງຕັ້ງ Discussion Program Steering Committee ຂຶ້້ນ ເຊິ່ງປະກອບມີຫົວໜ້າຄະນະໂຄງການ (Administrator), ຮອງຫົວໜ້າຄະນະໂຄງການ (Deputy Administrator), ສະມາຊິກຄະນະນຳພາໂຄງການ (Administrative staff member) ຈຳນວນໜຶ່ງ, ຜູ້ນໍາພາເຮັດກິດຈະກໍາສົນທະນາຫົວຂໍ້ວິຊາການ (Facilitator) 8 ຄົນ, NL 3 ຄົນ ແລະ ຕົວແທນຈາກ PY 27 ຄົນ ( 16 ຄົນແມ່ນຕົວແທນຈາກກຸ່ມສົນທະນາຫົວຂໍ້ວິຊາການ (Discussion Group) ແລະ 11 ຄົນ ແມ່ນຈາກປະເທດ (contingent) ຕົນ). ຫົວຂໍ້ວິຊາການຈະມີການວາງແຜນ ແລະ ດຳເນີນການໂດຍເຂົາເຈົ້າເຫຼົ່ານັ້ນ.

Faci ຈະຕ້ອງປະຕິບັດວຽກງານກ່ຽວກັບ Discussion Program ພາຍໃຕ້ຄຳແນະນຳຂອງ Administrator. Faci ຍັງຊ່ວຍເຫຼືອ Administrative Staff Member ເທົ່າທີ່ຈຳເປັນຕາມຄຳແນະນຳຂອງ Administrator. ລາຍລະອຽດກ່ຽວກັບ Discussion Program ແລະ Discussion Program Steering Committee ແມ່ນຢູ່ໃນ Chapter 4 ຂອງປື້ມ guidebook ເຫຼັ້ມນີ້.


45th SSEAYP's Discussion Program Steering Committee source: LPY 2018