"Only knowledge that is used sticks in your mind."

- Dale Carnegie

2-1. ກິດຈະກຳຕ່າງໆຢູ່ເທິງເຮືອ - ກິດຈະກຳ SG (Activities Onboard the Ship - SG Activity)

ແຕ່ລະກຸ່ມເຮັດກິດຈະກໍາ (SG) ແມ່ນເຮັດກິດຈະກຳເພື່ອສ້າງຄວາມເຂົ້າໃຈໃຫ້ແກ່ກັນ ແລະ ກັນຢ່າງເລິກເຊິ່ງ ແລະ ເພື່ອເສີມສ້າງມິດຕະພາບລະຫວ່າງ PY ໃນແຕ່ລະ SG ນຳກັນເອງ. ໃນນັ້ນ, SG sub-committee ແມ່ນຈະເປັນຈະຜູ້ດຳເນີນກິດຈະກຳ SG ຕ່າງໆ.

a) ຈຸດປະສົງ


- ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ຄວາມເຂົ້າໃຈກັນໃນລະດັບສາກົນ

- ເພື່ອສ້າງການເຮັດວຽກຮ່ວມກັນເປັນທີມ (team building) ທີ່ມີ PY ມາຈາກປະເທດສະມາຊິກ ASEAN ແລະ ຍີ່ປຸ່ນ


source:

b) ຫຼັກການ


- ຕົກລົງເລື່ອງການເຮັດ team building ທີ່ມີ PY ມາຈາກປະເທດສະມາຊິກ ASEAN ແລະ ຍີ່ປຸ່ນ ວ່າວິທີໃດຈະເປັນວິທີທີ່ມີປະສິດພາບຫຼາຍທີ່ສຸດ

- ໃຊ້ເວລາໃນ "ກິດຈະກຳ SG (SG Activity)" ເພື່ອແນະນຳ ແລະ ຮຽນຮູ້ກ່ຽວກັບວັດທະນະທຳຂອງກັນ ແລະ ກັນ

- ວາງແຜນກິດຈະກຳຕ່າງໆເພື່ອໃຫ້ສະມາຊິກແຕ່ລະຄົນໃນ SG ສາມາດເຮັດວຽກຮ່ວມກັນໄດ້ ແລະ ພ້ອມກັນກ້າວໄປສູ່ເປົ້າໝາຍ ຫຼື ທິດທາງດຽວກັນ ໂດຍທີ່ແຕ່ລະຄົນກໍຮັບບົດບາດເພື່ອສົ່ງເສີມ SG ຂອງຕົນ

- ວາງແຜນກິດຈະກຳເພື່ອຮັກສາຄວາມດຸ່ນດ່ຽງລະຫວ່າງການເຮັດກິດຈະກຳທີ່ເຮັດໂດຍແຕ່ລະ SG ແລະ ໂດຍ SG ທັງໝົດ

c) ບົດບາດຂອງ SG Sub-Committee


- ວາງແຜນ ແລະ ດຳເນີນກິດຈະກຳຕ່າງໆທີ່ສົ່ງເສີມຄວາມເຂົ້າໃຈກັນ ແລະ ກັນຫຼາຍຂຶ້ນ ລວມທັງສາມາດສ້າງມິດຕະພາບລະຫວ່າງ PY ໃນແຕ່ລະ SG ໄດ້

- ກຳນົດເນື້ອຫາ ຫຼື ຫົວຂໍ້ຂອງ SG Activity ພ້ອມທັງວາງແຜນກິດຈະກຳດັ່ງກ່າວຕາມທີ່ກຳນົດໄວ້

- ເລືອກສະຖານທີ່ໃຫ້ກັບແຕ່ SG Activity

d) ຕົວຢ່າງ


- ລະຄອນ, ການຮ້ອງເພງປະສານສຽງ, ການສະແດງ, ການເຮັດກິດຈະກຳ ແລະ ການນຳສະເໜີຕ່າງໆທີ່ມີລັກສະນະສ້າງສັນ