"Three things cannot be long hidden: the sun, the moon, and the truth"

- Buddha

2-2. PY Seminar (PY Seminar)

PY Seminar ແມ່ນແນໃສ່ການແບ່ງປັນ ແລະ ສົນທະນາກ່ຽວກັບຄວາມຮູ້ ແລະ ປະສົບການຂອງ PY ທີ່ມີລັກສະນະຮຽນຮູ້ນຳກັນແບບໝູ່ເພື່ອນ. ບໍ່ວ່າຈະເປັນຜູ້ຈັດງານ ຫຼື ຜູ້ເຂົ້າຮ່ວມ, PY ທຸກຄົນ ແມ່ນຈະເຂົ້າຮ່ວ PY Seminar ທັງໝົດ 8 ຄັ້ງ.


a) ຈຸດປະສົງ


[PY ທີ່ເປັນຜູ້ເຂົ້າຮ່ວມ]


- ເພື່ອໃຫ້ຮູ້ເລື່ອງລາວຂອງໝູ່ເພື່ອນທີ່ເປັນ PY ດ້ວຍກັນ ໂດຍຜ່ານການແລກປ່ຽນຄວາມຮູ້ ແລະ ປະສົບການຮ່ວມກັນ

[PY ທີ່ເປັນຜູ້ຈັດງານ]


- ເພື່ອພັດທະນາທັກສະການນຳສະເໜີຂອງຕົນ ໂດຍຜ່ານການເລົ່າເລື່ອງ ແລະ ປະສົບການໃຫ້ PY ຜູ້ອື່ນໄດ້ຟັງນຳ

- ເພື່ອພັດທະນາທັກສະໃນການເຮັດໂຄງການ ໂດຍຜ່ານຂັ້ນຕອນຕ່າງໆໃນການວາງແຜນ ແລະ ດຳເນີນໂຄງການ


PY seminar Introduction Session Image provier: LPY 2018

b) ຫຼັກການ


- ເນື້ອຫາຄວນປະກອບໄປດ້ວຍການຮຽນຮູ້ກ່ຽວກັບການພັດທະນາແນວຄິດ ຕາມຫົວຂໍ້ທີ່ວ່າ "ການສ້າງສັງຄົມທີ່ດີຂຶ້ນ (Action Taken for the Betterment of the Society"). ເຖິງແນວໃດກໍຕາມ, ເນື້ອຫາກໍບໍ່ໄດ້ຈຳກັດຕ້ອງເຮັດສະເພາະແຕ່ພຽງຫົວຂໍ້ດຽວດັ່ງກ່າວນັ້ນເທົ່ານັ້ນ, ແຕ່ສາມາດເຮັດກ່ຽວກັບຫົວຂໍ້ອື່ນໄດ້ທີ່ເຫັນວ່ານອນຢູ່ໃນເປົ້າໝາຍຂອງໂຄງການ SSEAYP.

- ເນື້ອຫາບໍ່ໄດ້ກຳນົດສະເພາະແຕ່ວ່າຕ້ອງເປັນຄວາມຮູ້ ແລະ ປະສົບການຂອງ PY ເທົ່ານັ້ນ, ແຕ່ຫາກຍັງລວມໄປເຖິງບົດລາຍງານກ່ຽວກັບກິດຈະກຳຕ່າງໆທີ່ໄດ້ຈັດຂຶ້້ນໃນປະເທດຂອງຕົນ ທີ່ເຫັນວ່າມີປະໂຫຍດແກ່ການເຜີຍແຜ່ໃຫ້ກັບປະເທດອື່ນໄດຮັບຮູ້ນຳ. ນອກຈາກນັ້ນ, ການແລກປ່ຽນວັດທະນະທຳກໍເປັນຫົວຂໍ້ໜຶ່ງທີ່ສາມາດເຮັດໄດ້ຄືກັນ.

- ການຈັດ PY Seminar ແມ່ນ PY ຄົນດຽວເປັນຜູ້ຈັດ ຫຼື PY ຫຼາຍຄົນຮ່ວມກັນຈັດເປັນຫົວຂໍ້ໜຶ່ງນຳກັນກໍໄດ້.

- PY ຄວນເລືອກວິທີທີ່ມີປະສິດທິພາບທີ່ສຸດ ທີ່ເຫັນວ່າເໝາະສົມກັບຫົວຂໍ້ຂອງຕົນ ທັງນີ້ອາດຈະລວມເຖິງວິທີອື່ນໆ ນອກເໜືອໄປຈາກການບັນຍາຍ (lecture), workshop ແລະ ການສົນທະນາ (discussion).

- ຕາມກົດແລ້ວ, PY Seminar ໜຶ່ງຄັ້ງຄວນໃຫ້ສຳເລັດໃນໜຶ່ງຮອບ (75 ນາທີ) ຫຼື ສອງຮອບຕິດຕໍ່ກັນ (75 ນາທີ x 2).

c) ບົດບາດຂອງ PY Seminar Sub-Committee


- ຕົກລົງກັນວ່າຈະເຮັດແນວໃດແດ່ກັບ PY Seminar ທີ່ຈະຈັດຂຶ້ນ ໃນນີ້ລວມມີເລື່ອງກ່ຽວກັບເວລາ ແລະ ສະຖານທີ່ ໂດຍອີງຈາກເນື້ອໃນຂອງໃບສະເໜີທີ່ຜູ້ທີ່ຈະຈັດງານສົ່ງມາໃຫ້

- ວາງແຜນ ແລະ ດຳເນີນການງານແນະນຳ PY Seminar ໃນວັນທີ 9 ພະຈິກ

- ຈັດ PY ແຕ່ລະຄົນ ເຂົ້າ PY Seminar ຕາມທີ່ເຂົາເຈົ້າເລືອກໄວ້ ແລະ ແຈ້ງ PY ກ່ຽວກັບວ່າເຂົາເຈົ້າໄດ້ເຂົ້າ PY Seminar ໃດແດ່

- ອຳນວຍຄວາມສະດວກແກ່ຜູ້ຈະຈັດງານ ເພື່ອໃຫ້ການຈັດງານ seminar ແຕ່ລະຄັ້ງດຳເນີນໄປຢ່າງສະດວກ (ເຊັ່ນ ຊ່ວຍເລື່ອງການກະກຽມອຸປະກອນຕ່າງໆ ເປັນຕົ້ນ)

- ແຈກຢາຍ ແລະ ເກັບກໍາບົດລາຍງານຂອງຜູ້ຈັດງານ PY Seminar ເພື່ອນຳໃຊ້ເຂົ້າເປັນບົດລາຍງານທາງການ