"For what shall it profit a man,
if he gain the whole world,
and suffer the loss of his soul?"

- Jesus Christ

2-3. ກິດຈະກຳອາສາສະໝັກມ່ວນຊື່ນ (Voluntary Activity)

Voluntary Activity ແມ່ນ PY ເປັນຜູ້ວາງແຜນ ແລະ ຈັດກິດຈະກຳ ຫຼື ງານສຳມະນາໃດໜຶ່ງ ທີ່ມີຈຸດປະສົົງ ຫຼື ເປົ້າໝາຍທີ່ຊັດເຈນ ເຊິ່ງຈະເປັນ PY ຜູ້ດຽວ ຫຼື ຫຼາຍຄົນເປັັນຜູ້ຂຽນ proposal ກໍໄດ້. ຈະເປັນການດີຖ້າຫາກກິດຈະກຳດັ່ງກ່າວໄດ້ຮັບການດຳເນີນໂດຍ PY ທີ່ມີຄວາມສົນໃຈຄ້າຍໆກັນທີ່ມາຈາກປະເທດອື່ນ ແລະ ບໍ່ໄດ້ຢູ່ກຸ່ມກິດຈະກຳອື່ນຮ່ວມກັນມາກ່ອນ.

a) ຈຸດປະສົງ


- ເພື່ອພັດທະນາທັກສະໃນການເປັນຜູ້ນຳ ໂດຍຜ່ານປະສົບການທີ່ວ່າ ສາມາດຄິດເລື່ອງໃດໜຶ່ງອອກ ແລ້ວຢາກວາງແຜນ, ຂຽນໃບສະເໜີຂໍຈັດງານ, ປະກາດຮັບເອົາຜູ້ທີ່ຢາກເຂົ້າຮ່ວມ ແລະ ລົງມືປະຕິບັດກິດຈະກຳດັ່ງກ່າວຕົວຈິງ

- ເພື່ອພັດທະນາສາຍສຳພັນລະຫວ່າງ PY ຜູ້ທີ່ມີຄວາມສົນໃຈຄ້າຍໆກັນ ດ້ວຍການເຮັດກິດຈະກຳຮ່ວມກັນ ໂດຍມອງຂ້າມເລື່ອງທີ່ວ່າ ເຖິງຈະມາຈາກປະເທດທີ່ແຕກຕ່າງກັນ, ຢູ່ SG ຫຼື DG ທີ່ຕ່າງກັນ ກໍສາມາດສະໜິດສະໜົມກັນຫຼາຍຂຶ້ນໄດ້

- ເພື່ອຮັບເອົາຄວາມຮູ້ ແລະ ທັກສະຕ່າງໆໃນສາຂາທີ່ຕົນສົນໃຈໄ ເພື່ອທີ່ຈະນຳໄປໃຊ້ໃນອານາຄົດ ໂດຍໄດ້ຮັບແຮງບັນດານໃຈຈາກ PY ຄົນອື່ນໆ


source:

b) ຫຼັກການ


- ຈະມີການເຄົາລົບຕໍ່ກັບໄອເດຍທີ່ມີລັກສະນະເປີດກວ້າງ (original free idea) ທີ່ທາງຜູ້ສະເໜີຂໍມາ ເວັ້ນເສຍແຕ່ວ່າໄອເດຍດັ່ງກ່າວນັ້ນ ຈະຂັດຕໍ່ກົດໝາຍ ແລະ ຈະລິຍະທຳຂອງສັງຄົມ

- Voluntary Activity ແມ່ນຈະຈັດອີງຕາມຕາຕະລາງເຄື່ອນໄຫວພາຍໃນເຮືອ (onboard program schedule)

- ຜູ້ເໜີຈັດງານ ແມ່ນຕ້ອງປະກາດກິດຈະກຳຂອງຕົນຕອນລວມພາກຕອນເຊົ້າ (Morning Assembly) ຫຼື ຊ່ອງທາງອື່ນໆ ເພື່ອປະຊາສຳພັນໃຫ້ PY ຄົນອື່ນໆຮັບຮູ້ ແລະ ເຂົ້າຮ່ວມ

- PY ທີ່ກ່ຽວຂ້ອງ ຈະຕ້ອງດຳເນີນກິດຈະກຳດັ່ງກ່າວດ້ວຍຕົນເອງຢ່າງມີຄວາມຮັບຜິດຊອບຕະຫຼອດເຖິງຂັ້ນຕອນຕ່າງໆ ເຊິ່ງນັບຕັ້ງແຕ່ການວາງແຜນຈົນເຖິງການປະຕິບັດແຜນການ ລວມທັງການຈອງສະຖານທີ່ ແລະ ຢຶມເຄື່ອງຂອງຕ່າງໆ


source:

c) ບົດບາດຂອງ GL Meeting


- ປະສານງານກັນເພື່ອຄວບລວມກິດຈະກຳທີ່ຄ້າຍຄືກັນເມື່ອເຫັນວ່າຈຳເປັນ


source:

d) ຕົວຢ່າງ


- seminar ຫຼື workshop ກ່ຽວກັບວິຊາສະເພາະໃດໜຶ່ງ

- ຈັດກິດຈະກຳທີ່ສ້າງສັນຊັ່ນ: ດົນຕີ, ພາບແສງສີສຽງ ແລະ ເຕັ້ນ

- ເພື່ອຊຸກຍູ້ສົ່ງເສີມ ຫຼື ຊ່ວຍເຫຼືອຜູ້ທີ່ອ່ອນແອ ຫຼື ຜູ້ປະສົບໄພທຳມະຊາດ


source: