"Ask, and it will be given to you;
search, and you will find;
knock, and the door will be opened for you."

- Jesus Christ

2-4. ງານສະແດງສິລະປະວັດທະນະທຳຂອງແຕ່ລະປະເທດ (National Presentation)

National Presentation ແມ່ນນຳສະເໜີເລື່ອງລາວດ້ານຕ່າງໆຂອງປະເທດຂອງຕົນ. PY ຈະຕ້ອງກະກຽມກິດຈະກຳນີ້ໂດຍບໍ່ໃຫ້ຂັດກັບກິດຈະກຳອື່ນໆທີ່ຢູ່ໃນເຮືອ. ເນື່ອງຈາກວ່າ National Presentation ບໍ່ແມ່ນກິດຈະກຳທີ່ຈັດຂຶ້ນເພື່ອການເເຂ່ງຂັນ, ດັ່ງນັ້ນ, PY ຄວນເອົາໃຈໃສ່ກ່ຽວກັບການແຕ່ງກາຍ ແລະ ເຄື່ອງປະດັບຕ່າງໆ ລວມທັງວິທີນຳສະເໜີໃຫ້ມີຄວາມລຽບງ່າຍຫຼາຍທີ່ສຸດ. ໃນ National Presentation ຄວນຄຳນຶງເຖິງ PY ຄົນອື່ນໆ ລວມເຖິງຄວາມປອດໄພເຊັ່ນ: ບໍ່ຄວນໃຊ້ ປຸມເປົ້າ ແລະ ບັ້ງພຸພາຍໃນງານ.


ແຕ່ປະເທດ (contingent) ຕ້ອງສົ່ງໃບຂຶ້ນແຜນ (planning paper) ໃຫ້ກັບຄະນະນຳພາໂຄງການ (Administration) ກ່ອນມື້ງານໜຶ່ງມື້.


ຂ້າງລຸ່ມນີ້ແມ່ນເນື້ອໃນກຳນົດ National Presentation.


a) ເນື້ອຫາ


ເພື່ອເເນະນຳກ່ຽວກັບວັດທະນະທຳຮີດຄອງປະເພນີ, ປະຫວັດຄວາມເປັນ, ເອກະລັກປະຈຳຊາດ, ສະພາບແວດລ້ອມປັດຈຸບັນຂອງຊາວໜຸ່ມພາຍໃນປະເທດ, ສະຖານະການຂອງຊາວໜຸ່ມໂດຍລວມໃນປັດຈຸບັນ ແລະ ອື່ນໆ ໂດຍຜ່ານການສະແດງດົນຕີ, ຟ້ອນລຳ, ລະຄອນຕະຫຼົກ, ການບັນຍາຍ, ​ວິດີໂອ ແລະ ອື່ນໆ


LPY 2018's NP onboard the ship source: Screenshot from Lao Participating Youth 2018's YouTube Channel

b) ວັນທີ


ວັນທີແມ່ນໄດ້ກຳນົດໄວ້ສຳລັບແຕ່ລະປະເທດແລ້ວ

c) ເວລາ


ເວລາ 75 ນາທີ (ການຈັດເວລາມີດັ່ງນີ້)

i. 10 ນາທີ: ນຳສະເໜີຂໍ້ມູນເບື້ອງຕົ້ນເຊັ່ນ: ປະຫວັດຄວາມເປັນມາຂອງປະເທດຕົນ, ລັກສະນະປະຈຳຊາດ ແລະ ອື່ນໆ

ii. 20 ນາທີ: ນຳສະເໜີຂໍ້ມູນກ່ຽວກັບສະພາບແວດລ້ອມປັດຈຸບັນຂອງຊາວໜຸ່ມພາຍໃນປະເທດຂອງຕົນ

iii. 45 ນາທີ: ແນະນຳກ່ຽວກັບວັດທະນະທຳ-ຮີດຄອງປະເພນີ ຜ່ານສິລະປະດົນຕີ, ການຟ້ອນລຳ, ການສະແດງຕະຫຼົກ ແລະ ອື່ນໆ

d) ການກະກຽມ


ເລີ່ມແຕ່ 17:00 ໂມງ ເປັນຕົ້ນໄປ

e) ການຕົກແຕ່ງ


ຫ້າມຖິ້ມຮ່ອງຮອຍໃດໆໄວ້ຢູ່ໃນເຮືອ ເຊັ່ນ: ກາວ ຫຼື ເຂັມຄັດ ທີ່ຈະເຮັດໃຫ້ພື້ນ ຫຼື ຝາເປັນຮອຍ, ສີ ຫຼື ຜົງແປ້ງ ທີ່ເຊັດອອກຈາກພົມປູພື້ນບໍ່ໄດ້