"The rare individual who unselfishly tries to serve others has an enormous advantage."

- Dale Carnegie

1. ຈຸດປະສົງ (Purpose)

ກິດຈະກໍາສົນທະນາຫົວຂໍ້ວິຊາການ (Discussion Program) ມີຈຸດປະສົງສົ່ງເສີມຄະນະຊາວໜຸ່ມເດີນທະເລ (Partcipating Youth (PY)) (1) ເພື່ອໃຫ້ເຂົ້າໃຈຕໍໍ່ສະພາບການປັດຈຸບັນໃນຂົງເຂດຕ່າງໆຂອງແຕ່ລະປະເທດໄດ້ຢ່າງເລິກເຊິ່ງ ແລະ ກະຕຸ້ນໃຫ້ເຂົາເຈົ້າມີການເຄື່ອນໄຫວໃນການແກ້ໄຂບັນຫາຕ່າງໆໃນຂະແໜງການທີ່ກ່ຽວຂ້ອງ. ເຊັ່ນດຽວກັນ (2-a) ກໍເພື່ອສົ່ງເສີມຄວາມເຂົ້າໃຈເຊິ່ງກັນ ແລະ ກັນ; (2-b) ເພື່ອພັດທະນາທັກສະໃນການແລກປ່ຽນມຸມມອງຄວາມຄິດກັບ PY ຄົນອື່ນໆ ແລະ (2-c) ເພື່ອເພີ່ມຄວາມສາມາດຂອງເຂົ້າເຈົ້າໃນການນຳສະເໜີຄວາມຄິດຂອງຕົນເອງໃນທີ່ສາທາລະນະ ຜ່່ານຂະບວນການແລກປ່ຽນຄວາມຄິດເຫັນຂອງຕົນຢ່າງຫ້າວຫັນ.


LPY 2018 leading school kids doing activities in the playground during PPA source: LPY 2018

ນອກຈາກນີ້, ຍັງມີຈຸດປະສົງເພື່ອໃຫ້ PY ໄດ້ເຝິກຝົນທັກສະ-ຄວາມຮູ້ທີ່ຈຳເປັນຕໍ່ການຈັດຕັ້ງກິດຈະກຳເຄື່ອນໄຫວຫຼັງຈົບໂຄງການ (post-program activity), ເພື່ອເປັນການສົ່ງເສີມໃຫ້ເຂົ້າເຈົ້າສາມາດຈິນຕະນາການເຖິງຄວາມເປັນໄປໄດ້ ແລະ ກະຕຸ້ນໃຫ້ເຂົາເຈົ້າຢາກມີສ່ວນຮ່ວມໃນ post-program activity ໂດຍເປີດໂອກາດໃຫ້ກັບ PY ໄດ້ນຳເອົາຜົນທີ່ໄດ້ຮັບຈາກຫົວຂໍ້ສົນທະນາວິຊາການນຳໄປໃຊ້.

ອີກເປົ້າໝາຍໜຶ່ງຂອງ Post-Program Session ແມ່ນເພື່ອໃຫ້ PY ເຂົ້າໃຈຢ່າງທ່ອງແທ້ກ່ຽວກັບສະມາຄົມອະດີດຜູ້ເຂົ້າຮ່ວມ (Alumni Association (AA)) ຂອງປະເທດຕົນ ແລະ SSEAYP International ເຊິ່ງແມ່ນເສົາຫຼັກຂອງ AA ແລະ ທັງຍັງເຮັດໃຫ້ PY ສາມາດວາງແຜນໂຄງການທີ່ມີຄວາມເປັນໄປໄດ້ໃນການລົງມືປະຕິບັດຕົວຈິງ ເພື່ອນຳເອົາໄປເດຍດັ່ງກ່າວໄປຈັດຕັ້ງປະຕິບັດໃນ post-program activity.