"The man who moves a mountain begins by carrying away small stones."

- Confucius

3. ໂຄງສ້າງ (Structure)

(1) ຫົວຂໍ້ລວມ (common theme)


Common theme ສຳລັບຫົວຂໍ້ສົນທະນາວິຊາການ (Discussion Program) ແລະ ວຽກງານເຄື່ອນໄຫວຫຼັງຈົບໂຄງການ (Post-Program Session) ໃນ SSEAYP 2018 ຈະເປັນ “ການມີສ່ວນຮ່ວມຂອງໄວໜຸ່ມໃນການຈັດກິດຈະກຳທາງສັງຄົມ (Youth Participation in Social Activities)”.

ໄວໜຸ່ມ ໃນຖານະເປັນຜູ້ນຳຍຸກໃໝ່ ແມ່ນມີບົດບາດສຳຄັນໃນປົກປັກຮັກສາ ແລະ ພັດທະນາສັງຄົມຂອງຕົນ. ກິດຈະກໍາສົນທະນາຫົວຂໍ້ວິຊາການ (Discussion Program) ແລະ ວຽກງານເຄື່ອນໄຫວຫຼັງຈົບໂຄງການ (Post-Program Session) ແມ່ນແນໃສ່ເພື່ອເຮັດໃຫ້ PY ຍົກສູງຄວາມຮັບຮູ້ຂອງຕົນຕໍ່ກັບຄວາມສຳຄັນຂອງການເຂົ້າຮ່ວມໃນວຽກງານທາງສັງຄົມ ແລະ ກະຕຸກຊຸກຍູ້ໃຫ້ເຂົາເຈົ້າມີຄວາມຕັ້ງໃຈທີ່ຈະຈັດ post-program activity ໂດຍການໃຫ້ໂອກາດ PY ທຳຄວາມເຂົ້າໃຈສະຖານະການປັດຈຸບັນໃນແຕ່ລະປະເທດ ແລະ ສົນທະນາກັນກ່ຽວກັບກິດຈະກຳຕ່າງໆທີ່ເຂົາເຈົ້າສາມາດປະກອບສ່ວນໃສ່ໄດ້ໃນແຕ່ລະຂົງເຂດວຽກງານ.



LPY PPA's Representatives source: LPY 2018

(2) ຫົວຂໍ້ກຸ່ມ (Group Theme)


ກິດຈະກໍາສົນທະນາຫົວຂໍ້ວິຊາການ (Discussion Program) ແມ່ນປະຕິບັດຕາມຫົວຂໍ້ຮ່ວມ (common theme) ເຊິ່ງມີ 8 “group theme”. ສຳລັບກຸ່ມສົນທະນາຫົວຂໍ້ວິຊາການ (Discussion Group (DG)) ຈະປະກອບໄປດ້ວຍ PY ຈາກປະເທດຕ່າງໆໃນຈຳນວນທີ່ຫຼຸດລື່ນກັນພຽງເລັກໜ້ອຍ.

1) ດ້ານດີ ແລະ ດ້ານເສຍຂອງຍຸກໂລກາພິວັດ (Good and Bad Aspects of Globalization)


2) ຂໍ້ມູນຂ່າວສານ ແລະ ສື່ມວນຊົນ (Information and Media)


3) ການພົວພັນສາກົນ (ການຮ່ວມມືອາຊຽນ-ຍີ່ປຸ່ນ) (International Relations (ASEAN-Japan Cooperation)


4) ການດຳລົງຊີວິດຢູ່ໃນສັງຄົມຜູ້ສູງອາຍຸ (Living in the Longevity Society)


5) ການສຶກສາທີ່ມີຄຸນນະພາບ (Quality Education)


6) ການວາງແຜ່ນຜັງເມືອງທີ່ຍືດຍຸ່ນ ແລະ ຍືນຍົງ (Resilient and Sustainable City Design)


7) ກຳລັງທາງການທູດ ແລະ ການທູດລະດັບຊາວໜຸ່ມ (Soft Power and Youth People-to-People Diplomacy)


8) ການໃຊພະລັງງານທີ່ລາຄາຈັບຕ້ອງໄດ້, ເຊື່ອໃຈໄດ້ ແລະ ຍັ້ງຍືນ (Use of Affordable, Reliable and Sustainable Energy Services)