"Stay hungry.
Stay foolish."

- Steve Jobs

4-1. ການດໍາເນີນການ-ກິດຈະກໍາສົນທະນາຫົວຂໍ້ວິຊາການ (Proceedings-Discussion Program)

a) ກິດຈະກໍາກ່ອນເຂົ້າໂຄງການ/ສິ່ງຕ່າງໆທີ່ຕ້ອງໄດ້ເຮັດ (Pre-Program Activity)


ລັດຖະບານຍີ່ປຸ່ນ ຈະສົ່ງແບບສອບຖາມໃຫ້ PY ໂດຍຜ່ານລັດຖະບານຂອງປະເທດດັ່ງກ່າວບໍ່ກາຍທ້າຍເດືອນມີຖຸນາ ເພື່ອໃຫ້ເລືອກຫົວຂໍ້ສົນທະນາວິຊາການ (discussion theme) ທີ່ຕົນເອງສົນໃຈ. ຫຼັງຈາກນັ້ນ ແມ່ນໃຫ້ລັດຖະບານຂອງຂອງປະເທດດັ່ງກ່າວສົ່ງແບບສອບຖາມທີ່ຕອບສໍາເລັດແລ້ວກັບຄືນຫາລັດຖະບານຍີ່ປຸ່ນອີກຄັ້ງໜຶ່ງ ໂດຍບໍ່ໃຫ້ກາຍວັນສຸກ, ວັນທີ 13 ກໍລະກົດ 2018. ຫຼັງຈາກນັ້ນ, ລັດຖະບານຍີ່ປຸ່ນ ແມ່ນຈະກະກຽມວຽກບ້ານກຸ່ມສົນທະນາຫົວຂໍ້ວິຊາການ (discussion group (DG) assignment) ສະບັບສຸດທ້າຍ ໂດຍອີງຕາມແບບສອບຖາມ ແລະ ການພິຈາລະນາດ້ານອື່ນໆ.

ລັດຖະບານຍີ່ປຸ່ນ ຈະຈັດກອງປະຊຸມສໍາລັບຜູ້ນໍາພາເຮັດກິດຈະກໍາສົນທະນາຫົວຂໍ້ວິຊາການ (Facilitators (Faci ອ່ານວ່າ ຟາຊີ) Meeting) ແຕ່ວັນທີ 30 ກໍລະກົດ ຫາ 2 ສິງຫາ 2018 (ລວມທັງວັນທີມາຮອດ ແລະ ກັບຈາກຍີ່ປຸ່ນ) ເພື່ອກໍານົດ ແລະ ຕົກລົງເປັນເອກະພາບກ່ຽວກັບຈຸດປະສົງຂອງແຕ່ລະ DG. ຫຼັງຈາກນັ້ນກໍຈະແຈ້ງໃຫ້ PY ຮັບຊາບກ່ຽວກັບຂໍ້ມູນພື້ນຖານເຊັ່ນວ່າ PY ຜູ້ໃດ ຢູ່ DG ໃດ, ຕາຕະລາງເຄື່ອນໄຫວເປັນແນວໃດ ເປັນຕົ້ນ ຜ່ານລັດຖະບານຂອງປະເທດດັ່ງກ່າວ ແລະ ພ້ອມດຽວກັນນັ້ນ ກໍຈະມອບວຽກບ້ານກ່ອນເຂົ້າໂຄງການ (pre-program assignment) ໃຫ້ PY ຕາມແຕ່ລະ DG ຂອງໃຜລາວ. ນອກຈາກນີ້, Faci ກໍຍັງສາມາດສົ່ງຂໍ້ມູນເພີ່ມເຕີມໃຫ້ແກ່ PY ໄດ້ຕາມຄວາມຈໍາເປັນ.

PY ແມ່ນໃຫ້ກະກຽມສໍາລັບ Discussion Program ຂອງຕົນຈົນເຖິງລະດັບທີ່ສາມາດຮູ້ເລິກເຊິ່ງກ່ຽວກັບຫົວຂໍ້ກຸ່ມຂອງຕົນເອງ. ພ້ອມດຽວກັນນີ້ ກໍໃຫ້ເຮັດສໍາເລັດ pre-program assignment ຂອງຕົນ.


PY 2018 DG sub-com on duty source: LPY 2018

b) ກິດຈະກໍາຕ່າງໆໃນເຮືອ


PY ໝົດທຸກຄົນ ແມ່ນໃຫ້ເຂົ້າຮ່ວມງານແນະນໍາ (Introductory Program) ເຊິ່ງຈະອະທິບາຍຈຸດປະສົງ ແລະ ຂັ້ນຕອນຂອງ Discussion Program ແລະ ເວລາດຽວກັນ PY ກໍໃຫ້ນໍາສະເໜີ ຈຸດໃດໜຶ່ງກ່ຽວກັບກິດຈະກໍາທາງສັງຄົມໃນປະເທດ ຫຼື ຊຸມຊົນຂອງຕົນເອງ. Introductory Program ແມ່ນຈະຈັດຂຶ້ນໂດຍຄະນະຮັບຜິດຊອບກິດຈະກໍາສົນທະນາຫົວຂໍ້ວິຊາການ (Discussion Program Steering Committee). ເພາະສະນັ້ນ, PY ແມ່ນຈະຕ້ອງເຂົ້າຮ່ວມໃນ group discussion ຂອງຕົນຢ່າງຫ້າວຫັນ ເຊິ່ງນໍາພາໂດຍ Faci. ເນື້ອໃນຂອງ Group Discussion I ແມ່ນລວມມີການຕັ້ງເປົ້າໝາຍຢູ່ນໍາ ເຊິ່ງ PY ແຕ່ລະຄົນຈະຕ້ອງໄດ້ຮັບຜ່ານການເຂົ້າຮ່ວມ Discussion Program.


ຫຼັງຈາກແລ້ວ group discussion I ເຖິງ V, ແມ່ນຈະມີກິດຈະກໍາທີ່ໃຫ້ PY ຮຽນຮູ້ກ່ຽວກັບວິທີການຕ່າງໆໃນການວາງແຜນ ແລະ ຈັດຕັ້ງປະຕິບັດໂຄງການ ເພື່ອກຽມພ້ອມຄວາມຮູ້ ແລະ ທັກສະຕົວຈິງທີ່ຈໍາເປັນໃນການເຮັດກິດຈະກໍາຊ່ວຍເຫຼືອສັງຄົມຫຼັງຈາກຈົບໂຄງການ SSEAYP ໂດຍມີ Faci ເປັນຜູ້ນໍາພາການຮຽນຮູ້. ໃນກິດຈະກໍາຖັດຈາກນັ້ນ, PY ແມ່ນຈະເຝິກຊ້ອມວິທີວາງແຜນໂຄງການທີ່ເປັນຮູບປະທໍາ ແລະ ແທດເໝາະກັບສະພາບຄວາມເປັນຈິງ ໂດຍການລົງມືປະຕິບັດຕົວຈິງຜ່ານ workshop ເຊິ່ງນໍາພາໂດຍ Faci ແລະ ສະມາຊິກ Discussion Program Steering Committee ໂດຍແບ່ງເຮັດຕາມ DG ຂອງໃຜລາວ.


ໃນກິດຈະກຳສົນທະນາຫົວຂໍ້ວິຊາການ (Discussion Program) (wrap-up), PY ແມ່ນຈະທໍາການທົບທວນ ແລະ ສະຫຼຸບຄຳຄິດເຫັນ ແລະ ຂໍ້ສະຫຼຸບຂອງການສົນທະນາພ້ອມດ້ວຍໝາກຜົນຂອງການລົງຢ້ຽມຢາມສະຖາບັນຕ່າງໆ.


ໃນ Discussion Program (ການກະກຽມສຳລັບການນຳສະເໜີ ແລະ ການເຮັດບົດລາຍງານ DG) ນັ້ນ, PY ແມ່ນຈະເຂົ້າຮ່ວມໃນກິດຈະກຳດັ່ງຕໍ່ໄປນີ້ ໂດຍອີງຕາມຂໍ້ສະຫຼຸບຂອງ Discussion Program (wrap-up).


- ກະກຽມສຳລັບການສະເໜີກ່ຽວກັບຂໍ້ສະຫຼຸບຂອງການສົນທະນາ

- ສ້າງບົດລາຍງານ DG ເຊິ່ງລວມມີຂັ້ນຕອນ ແລະ ເນື້ອໃນຂອງກິດຈະກຳສົນທະນາ (ບົດລາຍງານການສົນທະນາທີ່ຮຽບຮຽງສົມບູນແລ້ວ ແມ່ນໃຫ້ສົ່ງໃຫ້ຄະນະນຳພາໂຄງການ ໂດຍຜ່ານຄະນະຮັບຜິດຊອບກິດຈະກໍາສົນທະນາຫົວຂໍ້ວິຊາການ (Discussion Program Steering Committee.)

ການນຳສະເໜີຂໍ້ສະຫຼຸບຂອງການສົນທະນາ ແມ່ນ PY ຈະເວົ້າຄືນກ່ຽວກັບໝາກຜົນຂອງແຕ່ລະ DG ເພື່ອຮຽນຮູ້ ແລະ ເຂົ້າໃຈມຸມມອງຕ່າງໆຂອງ “Youth Participation in Social Activities” (ການມີສ່ວນຮ່ວມຂອງໄວໜຸ່ມໃນກິດຈະກຳຊ່ວຍເຫຼືອສັງຄົມໃນດ້ານຕ່າງໆ) ແລະ ເພື່ອຍົກສູງຈິດສຳນຶກກ່ຽວກັບກິດຈະກໍາຊ່ວຍເຫຼືອສັງຄົມທີ່ໄວໜຸ່ມສາມາດມີສ່ວນຮ່ວມໄດ້ໃນແຕ່ລະຂົງເຂດ.

Discussion Program (ການປະເມີນຕົວເອງ) ແມ່ນ PY ຈະທົບທວນ ແລະ ປະເມີນການຄວາມຫ້າວຫັນໃນແຕ່ລະກິດຈະກຳສົນທະນາທີ່ຕົນເຂົ້າຮ່ວມ. ເທື່ອນີ້ ແມ່ນຈະນຳພາໂດຍ Faci ແລະ PY ທີ່ເປັນຄະນະຮັບຜິດຊອບ (Steering Committee Member) ຢູ່ໃນແຕ່ລະ DG. ພ້ອມດຽວກັນນັ້ນ, PY ແມ່ນຍັງຈະໄດ້ປະກອບໄອເດຍຕ່າງໆເຂົ້າໃສ່ໃນກິດຈະກຳຫຼັງຈົບໂຄງການ ໂດຍອີງຕາມຄຳຖາມທີ່ມີແນວທາງດັ່ງຕໍ່ໄປນີ້.

- ເຮົາຈະສາມາດບັນລຸຕາມເປົ້າໝາຍທີ່ຕັ້ງໄວ້ໄດ້ຫຼາຍເທົ່າໃດ?

- ມີຫຍັງແດ່ທີ່ເຮົາໄດ້ຮັບຈາກການສົນທະນານອກເໜືອໄປຈາກເປົ້າໝາຍທີ່ຕັ້ງໄວ້?

- ເຮົາຈະນໍາເອົາໝາກຜົນຈາກກິດຈະກໍາສົນທະນາຕ່າງໆນັ້ນໄປໃສ່ໃນກິດຈະກຳຫຼັງຈົບໂຄງການແນວໃດແດ່ເພື່ອໃຫ້ເກີດປະໂຫຍດສູງສຸດ?

c) ການລົງເຄື່ອນໄຫວເຮັດກິດຈະກຳໃນປະເທດເຈົ້າພາບ (Country Program)


ໃນລະຫວ່າງ country program ແລະ ປະເທດທີ່ເຮືອຈະໄປທຽບທ່າ (port of call country) ປະເທດທຳອິດຖັດຈາກຍີ່ປຸ່ນ, ການລົງຢ້ຽມຢາມສະຖາບັນຕ່າງໆທີ່ກ່ຽວຂ້ອງກັບ 8 ຫົວຂໍ້ນັ້ນ ແມ່ນຈະຈັດໄວ້ສຳລັບການສົນທະນາຫົວຂໍ້ວິຊາການໂດຍສະເພາະ. PY ແມ່ນຈະຕ້ອງຍົກສູງຄວາມຕື່ນຕົວກ່ຽວກັບ “Youth Participation in Social Activities” ພາຍໃຕ້ຫົວຂໍ້ຂອງຕົນເອງ ໂດຍການລົງມືສຳຜັດເຮັດກິດຈະກຳຕົວຈິງ ແລະ ແລກປ່ຽນຄວາມຄິດເຫັນກັບຜູ່ຊ່ຽວຊານ ແລະ ເຈົ້າໜ້າທີ່ໃນຂະແໜງການເຫຼົ່ານັ້ນ.