"We all need people who will give us feedback.
That's how we improve."

- Bill Gates

4-2. ການດໍາເນີນການ-ວຽກງານເຄື່ອນໄຫວຫຼັງຈົບໂຄງການ (Proceedings-Post-Program Session)

Post-Program Session I (ທຸກຄົນເຂົ້າຮ່ວມ) ແມ່ນຈະຈັດຕັ້ງ ແລະ ນຳພາໂດຍຕົວແທນຈາກແຕ່ລະສະມາຄົມອະດີດຜູ້ເຂົ້າຮ່ວມ (Alumni Association) (OBSC). ເທື່ອນີ້ ແມ່ນຈະນຳສະເໜີກ່ຽວກັບ SSEAYP International (SI) ເປັນສຳຄັນ ເຊິ່ງເປັນເສົາຫຼັກໃຫ້ແກ່ Alumni Associations (AAS) ຂອງແຕ່ລະປະເທດ. ໃນນີ້ ແມ່ນແນໃສ່ລົງເລິກຄວາມເຂົ້າໃຈໃຫ້ແກ່ PY ຕໍ່ກັບ SI, ພາລະກິດ, ຈຸດປະສົງ ແລະ ກິດຈະກຳຕ່າງໆ ເພື່ອກະຕຸ້ນໃຫ້ເຂົາເຈົ້າເຂົ້າຮ່ວມ ແລະ ຈັດຕັ້ງປະຕິບັດ post-program activity ພາຍໃຕ້ AAS ຫຼື SI ຂອງຕົນເອງ. ນອກຈາກນີ້, ເລື່ອງລາວກ່ຽວກັບການຈັດຕັ້ງປະຕິບັດ ແລະ ໝາກຜົນຂອງໂຄງການທີ່ໄດ້ສົນທະນາ ແລະ ກະກຽມໂດຍ PY ໃນປີກ່ອນໆນັ້ນ ກໍຈະໄດ້ຮັບການນຳສະເໜີເຊັ່ນດຽວກັນ ເພື່ອໃຫ້ PY ໄດ້ເຫັນພາບຊັດເຈນຂຶ້ນກ່ຽວກັບ post-program activity ແລະ ກ່ຽວກັບວ່າຈະລົງມືເຮັດແນວໃດໃນຊຸມຊົນຂອງຕົນເອງ.


Post-Program session II (ເຂົ້າລວມຕາມປະເທດຂອງໃຜລາວ) ແມ່ນຈະນຳພາໂດຍ OBSC. ເທື່ອນີ້, PY ແມ່ນຈະລົງເລິກຄວາມເຂົ້າໃຈກ່ຽວກັບ AA, ກິດຈະກໍາຕ່າງໆທີ່ຈັດໂດຍທັງ AAs ແລະ ex-PY ໃນປະເທດຂອງຕົນເອງ.



LPY 2018 conducting tree planting activity during PPA source: LPY 2018

ໃນ Post-Program session III (ເຂົ້າລວມຕາມປະເທດຂອງໃຜລາວ), PY ແມ່ນຈະສົນທະນາກ່ຽວກັບກິດຈະກຳ ແລະ ໂຄງການທີ່ຕ້ອງການຈັດຕັ້ງປະຕິບັດໃນນາມ post-program activity ໃນປະເທດ ແລະ ຊຸມຊົນຂອງຕົນເອງ ແລະ ສ້າງແຜນໂຄງການ (project proposal) ໂດຍໄດ້ຮັບຄຳແນະນຳຈາກ OBSC.

ໃນ Post-Program session IV (ເຂົ້າລວມຕາມປະເທດຂອງໃຜລາວ), PY ແມ່ນສືບຕໍ່ຄົ້ນຄວ້າກ່ຽວກັບໂຄງການທີ່ໄດ້ສະເໜີໄວ້ໃນ Post-Program session III ເພື່ອອະນຸມັດເປັນອັນສຸດທ້າຍ. ຫຼັງຈາກນັ້ນ, PY ແມ່ນໃຫ້ກະກຽມການຂຶ້ນນຳສະເໜີໃນວາລະຖາມຄຳຖາມເຈາະຈິ້ມ (Debriefing Session).

ໃນ Debriefing Session ນັ້ນ, ແຕ່ລະປະເທດ ແມ່ນໃຫ້ຂຶ້ນນຳສະເໜີກ່ຽວກັບໂຄງການທີ່ຕົນເອງໄດ້ຕົກລົງກັນໃນ Post-Program Session ໂດຍຫຍໍ້.