"It doesn't matter where you are coming from.
All the matters is where you are going."

- Brian Tracy

2-1. ຄຳແນະນຳທົ່ວໄປ - ເນື້ອຫາທົ່ວໄປ (Genral Instructions - General Matters)

a. PY ຈະຕ້ອງເອົາໃຈໃສ່ຕໍ່ຕາຕະລາງເຄື່ອນໄຫວປະຈຳວັນ ແລະ ປະຕິບັດຕາມຢ່າງເໝາະສົມ.


b. PY ຈະຕ້ອງຕົງຕໍ່ເວລາໃນການເຮັດກິດຈະກຳ. ຄວາມຫຼ້າຊ້າ ຈະບັນທອນຄວາມເປັນລະບຽບຮຽບຮ້ອຍຂອງກຸ່ມ.


c. PY ຈະຕ້ອງຕິດຕາມເວລາທີ່ຈະກັບຄືນມາສູ່ເຮືອກຢ່າງເຂັ້ມງວດ, ໂດຍສະເພາະໃນເວລາກັບມາຈາກ homestay ໃນຕອນທີ່ເຮືອທຽບທ່າຢູ່.


d. ການພົວພັນກັບເພດກົງກັນຂ້າມ ຈະຕ້ອງປະພຶດພາຍໃນຂອບເຂດທີ່ເໝາະສົມ. ຈະຕ້ອງຫຼີກລ້ຽງພຶດຕິກຳໃນບ່ອນສາທາລະນະ ທີ່ຈະເຮັດໃຫ້ຜູ້ອື່ນຮູ້ສຶກອຶດອັດໃຈບໍ່ວ່າຈະດ້ວຍກໍລະນີໃດໆ.


e. ການລ່ວງລະເມີດທາງເພດເຊັ່ນ: ໃຊ້ພາສາ ແລະ ປະພຶດຫຍາບຄາຍທີ່ເຮັດໃຫ້ຜູ້ອື່ນຮູ້ສຶກອຶດອັດໃຈ ແມ່ນຫ້າມເດັດຂາດ. ການລວ່ງລະເມີດທາງເພດ ແມ່ນຖືວ່າມີໂທດ.


f. ພື້ນທີ່ຫ້ອງນອນຂອງຊາຍ ແລະ ຍິງ ແມ່ນແຍກຈາກກັນຢ່າງເຂັ້ມງວດ. ບໍ່ອະນຸຍາດໃຫ້ PY ເຂົ້າໄປໃນຫ້ອງນອນຂອງເພດກົງກັນຂ້າມ ຫຼື ບໍ່ອະນຸຍາດໃຫ້ PY ທີ່ເປັນເພດກົງກັນຂ້າມເຂົ້າໄປຫ້ອງນອນຂອງຕົນບໍ່ວ່າກໍລະນີໃດໆ.



Sea view from Nippon Maru source: #

g. ຫ້າມເດັດຂາດບໍ່ໃຫ້ໃຊ້ ຫຼື ຄອບຄອງຢາເສບຕິດ ແລະ ເຄື່ອງໃຊ້ກ່ຽວກັບຢາເສບຕິດ.


h. ຫ້າມບໍ່ໃຫ້ນຳເອົາໝາກໄມ້/ພືດທີ່ມີຮາກ, ໃບໄມ້ ຫຼື ແມງໄມ້ເຂົ້າໄປໃນເຮືອ. (ການນຳເອົາໝານຖົ່ວລຽນຂຶ້ນເຮືອກໍຫ້າມເຊັ່ນດຽວກັນບໍ່ວ່າກໍລະນີໃດໆ.)


i. ຈະຕ້ອງຢຳເກງຕໍ່ກັບຄວາມເຊື່ອທາງສາສະໜາ ແລະ ວັດທະນະທຳຂອງ PY ຄົນອື່ນໆ ດັ່ງຕົວຢ່າງຕໍ່ໄປນີ້:


<ສາສະໜາອິສະລາມ>


- ຫ້າມແຕ່ງອາຫານທີ່ມີຊີ້ນໝູ ແລະ ທາດເຫຼົ້າໃຫ້ກິນ.

- ບໍ່ໃຫ້ໝາຢູ່ໃກ້ ເນື່ອງດ້ວຍຄວາມເຄົາລົບທາງສາສະໜາ.

- ຫຼີກລ້ຽງການຈັບມື ຫຼື ໃຊ້ມືຊ້າຍຍື່ນເຄື່ອງໃຫ້ອີກຝ່າຍ ເພື່ອເປັນການປະຕິບັດຕາມປະເພນີທ້ອງຖິ່ນ.

<ສາສະໜາຮິນດູ>


- ຫ້າມແຕ່ງອາຫານທີ່ມີຊີ້ນງົວ ເນື່ອງດ້ວຍຄວາມເຄົາລົບທາງສາສະໜາ.

- ຫຼີກລ້ຽງການຈັບມື ຫຼື ໃຊ້ມືຊ້າຍຍື່ນເຄື່ອງໃຫ້ອີກຝ່າຍ ເພື່ອເປັນການປະຕິບັດຕາມປະເພນີທ້ອງຖິ່ນ.

<ສາສະໜາພຸດ>


- ຫຼີກລ້ຽງການບາຍຫົວຂອງອີກຝ່າຍ ເນື່ອງດ້ວຍເຊື່ອວ່າຫົວແມ່ນບ່ອນສະຖິດຂອງວິນຍານ.