"Positive expectations are the mark of the superior personality."

- Brian Tracy

2-2. ຄຳແນະນຳທົ່ວໄປ - ກ່ຽວກັບສະຖານຕ່າງໆພາຍໃນເຮືອ (Genral Instructions - Notes on Onboard Accommodation)

a. PY ຈະຕ້ອງຮັບຜິດຊອບຄວາມປອດໄພຕໍ່ກັບເຄື່ອງຂອງຂອງຕົນ. ຈະຕ້ອງໃຊ້ລີ້ນຊັກທີ່ມີຢູ່ໃນຫ້ອງນອນແຕ່ລະຫ້ອງ ແລະ ລັອກກະແຈໄວ້ເພື່ອຮັກສາຂອງມີຄ່າຂອງຕົນ.


b. PY ຈະຕ້ອງຮັກສາກະແຈຫ້ອງນອນ ແລະ ກະແຈລີ້ນຊັກຂອງຕົນໄວ້ໃຫ້ດີ. ຖ້າຫາກເຮັດກະແຈເສຍ, PY ຜູ້ນັ້ນຈະຕ້ອງຈ່າຍຄ່າຕາມທີ່ໄດ້ລະບຸໄວ້.


c. ບອດແຈ້ງການ (bulletin board) ທີ່ຕິດໄວ້ຢູ່ໃກ້ຫ້ອງການຄະນະນຳພາໂຄງການ (Administration Office) ແມ່ນມີໄວ້ສຳລັບແຈ້ງການປະຈຳວັນຈາກ Administration ເຖິງ PY ແລະ ເຊັ່ນດຽວສຳລັບການສື່ສານກັນພາຍໃນ PY ເອງ.


d. ທຸກຄົນ ແມ່ນຈະຕ້ອງອະນາໄມຫ້ອງນອນຂອງຕົນເອງທຸກໆເຊົ້າ.


e. ພື້ນທີ່ ແລະ ເຄື່ອງໃຊ້ສອຍສ່ວນລວມ ແມ່ນຕົນເອງເປັນຜູ້ມ້ຽນພາຍຫຼັງທີ່ໃຊ້ແລ້ວ. ອຸປະກອນ ຫຼື ເຄື່ອງຂອງໃດທີ່ຕົນເອງຢືມມາຈາກ Administration, PY ແມ່ນຈະຕ້ອງສົ່ງສົ່ງໃຫ້ກັບ Administration ຄືນ.



Aisle in Nippon Maru source: #

f. ຂີ້ເຫື່ຍອ ແມ່ນຕ້ອງຖິ້ມໃສ່ຖັງ ຫຼື ກະຕ່າຂີ້ເຫື່ຍອທີ່ມີຢູ່ພາຍໃນເຮືອ. ຫ້າມຖິ້ມຂີ້ເຫື່ຍອລົງໃສ່ທະເລ ເນື່ອງຈາກກະລະບຽບກ່ຽວກັບການຮັກສາສິ່ງແວດລ້ອມຂອງປະເທດທີ່ມີອານາເຂດຢູ່ເໜືອທະເລນັ້ນໆ ອາດຈະສົ່ງຜົນຕໍ່ກັບຄະນະໃນເວລາທີ່ເຮືອມາທຽບທ່າເຮືອແລ້ວ.


g. ລະມັດລະວັງເພື່ອບໍ່ໃຫ້ເຄື່ອງຂອງພາຍໃນເຮືອເປິເປື້ອນ ຫຼື ເສຍຫາຍ. ໃຫ້ປະສານຫາ Administration ໂດຍທັນທີ ຖ້າຫາກອຸປະກອນໃດໜຶ່ງເກີດເສຍຫາຍຂຶ້ນມາ.


h. ແນະນຳໃຫ້ດື່ມນ້ຳທີ່ມີຢູ່ໃນຫ້ອງອະເນກປະສົງ (utility room). ນ້ຳທີ່ຢູ່ໃນຫ້ອງນ້ຳ ແມ່ນດື່ມບໍ່ໄດ້.


i. ເນື່ອງຈາກນ້ຳໃນເຮືອ ແມ່ນມີປະລິມານຈຳກັດ, ສະນັ້ນ, PY ແຕ່ລະຄົນ ຄວນຊົມໃຊ້ຢ່າງປະຫຍັດ.


j. ຖ້າຫາກມີຄຳຖາມຫຍັງຢາກຖາມລູກເຮືອ, ຄວນມາແຈ້ງຜ່ານ Administration ກ່ອນ.


k. ເດັດຂາດແມ່ນຫ້າມເຂົ້າສະຖານທີ່ທີ່ລະບຸໄວ້ວ່າ Crew Only ຫຼື Administration Only. ຖ້າຫາກພົບວ່າລະເມີດຕອນທີ່ໂຄງການຍັງດຳເນີນຢູ່, ຫົວໜ້າຄະນະໂຄງການ (Administrator) ອາດຈະປະຕິບັດວິໄນໃຫ້ຜູ້ກ່ຽວໝົດສິດສືບຕໍ່ເຂົ້າຮ່ວມໂຄງການ. ກົດນີ້ ແມ່ນມີຜົນບັງຄັບໃຊ້ຈົນຮອດມື້ສຸດທ້າຍຂອງໂຄງການ (ລວມທັງມື້ສຸດທ້າຍທີ່ເດີນທາງອອກຈາກໂຕກຽວເພື່ອກັບຄືນສູ່ປະເທດຕົນ). ເພາະສະນັ້ນ, ຜູ້ກ່ຽວ ແມ່ນອາດຈະຖືກຖອນສິດເຂົ້າຮ່ວມ ແລະ ສະຖິຕິການເຂົ້າຮ່ວມ ກໍອາດຈະຖືກລຶບອອກໄປ.