"If you are not willing to risk the unusual,
you will have to settle for the ordinary."

- Jim Rohn

2-3. ຄຳແນະນຳທົ່ວໄປ - ກ່ຽວກັບ Homestay Program (General Instructions - Notes on the Homestay Program)

a. ຈຸດປະສົງຂອງ Homestay Program ແມ່ນເພື່ອແລກປ່ຽນການໃຊ້ຊີວິດຮ່ວມກັນກັບ host family. ເພາະສະນັ້ນ, ນີ້ບໍ່ແມ່ນຖືວ່າເປັນເວລາວ່າງ ແລະ PY ກໍບໍ່ຄວນອອກໄປເຮັດກິດຈະກໍາສ່ວນຕົວໃດໜຶ່ງຕາມອຳເພີໃຈ ເຊັ່ນ: ອອກໄປຂ້າງນອກໂດຍທີ່ບໍ່ໄດ້ແຈ້ງ host family ຫຼື homestay partner ຂອງຕົນໄວ້ ໃນລະຫວ່າງໂຄງການຍັງດຳເນີນຢູ່.


b. PY ຈະຕ້ອງຮັບຜິດຊອບຕໍ່ກັບເຄື່ອງໃຊ້ສອຍສ່ວນຕົວຂອງຕົນເອງ. ແນະນຳວ່າ PY ບໍ່ຄວນເອົາເງິນຈຳນວນຫຼວງຫຼາຍ ແລະ ຂອງມີຄ່າອອກໄປນຳ.


c. PY ບໍ່ຄວນໃຊ້ພຽງແຕ່ຄຳວ່າ “Yes” ຖ້າຫາກບໍ່ເຂົ້າໃຈຄຳຖາມທີ່ host family ຖາມມາ. ໃນກໍລະນີດັ່ງກ່າວ, ຄວນພະຍາຍາມລື້ມຄືນຄຳຖາມໃຫ້ຊັດເຈນທີ່ສຸດເທົ່າທີ່ຈະເປັນໄປໄດ້ ກ່ອນທີ່ຈະສະແດງເຈດຕະນາຕົກລົງ ຫຼື ບໍ່ຕົກລົງກັບສິ່ງໃດສິ່ງໜຶ່ງ.


d. ຖ້າຫາກ PY ບໍ່ເຂົ້າໃຈພາສາທີ່ host family ໃຊ້, ໃຫ້ຖາມກັບ PY ທີ່ຢູ່ homestay ນຳກັນ.



PYs during homestay matching in the Philippines (2018) Image Provider: LPY 2018

e. PY ຄວນຕິດຕໍ່ຫາ NL ຖ້າຫາກມີບັນຫາໃດໜຶ່ງທີ່ຕົນບໍ່ສາມາດແກ້ໄຂໄດ້ລະຫວ່າງທີ່ຢູ່ homestay.


f. PY ຄວນສື່ສານກັບ host family ຂອງຕົນກ່ຽວກັບກິດຈະກຳຕ່າງໆທີ່ຈະເຮັດ. ຄວນຕົກລົງເລື່ອງຄ່າໃຊ້ຈ່າຍຕ່າງໆລະຫວ່າງຢູ່ home stay ເຊັ່ນ: ປີ້ເຂົ້າສະຖານທີ່ຕ່າງໆ, ຄ່າອາຫານ, ຄ່າໂທລະສັບອອກໄປຕ່າງປະເທດ ເປັນຕົ້ນ. ໂດຍຫຼັກການແລ້ວ, PY ຈະຕ້ອງເປັນຜູ້ຈ່າຍຄ່າຂອງຂັວນ ແລະ ເຄື່ອງຂອງຕ່າງໆທີ່ຕົນເອງຊື້. ເມື່ອ PY ຫາກໄດ້ຂໍໃຫ້ host family ພາໄປສະຖານທີ່ໃດໜຶ່ງລວມທັງຮ້ານອາຫານ, PY ຈະຕ້ອງເປັນຜູ້ຮັບຜິດຊອບຄ່າຂອງຕົນເອງ.


g. PY ຈະຕ້ອງຖືຂໍ້ມູນຕ່າງໆທີ່ໃຊ້ໄວ້ຕິດຕໍ່ໃນເວລາຈຳເປັນ ແລະ ບັດປະຈຳຕົວຂອງຕົນຕິດຕົວຕະຫຼອດເວລາ.


h. ປະກັນສຸຂະພາບ ແລະ ອຸບັດຕິເຫດ ແມ່ນຈະເປັນຜູ້ຮັບຜິດຊອບຄ່າໃຊ້ຈ່າຍຕ່າງໆໃນເວລາ PY ເປັນໄຂ້ ແລະ ໄດ້ຮັບອາການບາດເຈັບໃນລະຫວ່າງຢູ່ home stay. ແຕ່ PY ຈະຕ້ອງເປັນຜູ້ຮັບຜິດຊອບເອງສຳລັບຄ່າໃຊ້ຈ່າຍທີ່ປະກັນບໍ່ໄດ້ຄວບຄຸມເຖິງ.


i. PY ຄວນແຕ່ງກາຍເໝາະສົມໃນລະຫວ່າງຢູ່ home stay ແລະ ເຄົາລົບພື້ນຖານສັງຄົມ ແລະ ຄວາມເຊື່ອທາງສາສະໜາຂອງ host family.



PYs during homestay in Brunei Darussalam (2018) Image Provider: LPY 2018

PYs during homestay in the Philippines (2018) Image Provider: LPY 2018

PYs during homestay in the Philippines (2018) Image Provider: LPY 2018

PYs during homestay (2018) Image Provider: LPY 2018

PYs during homestay (2018) Image Provider: LPY 2018