"I don't like that man.
I must get to know him better."

- Abraham Lincoln

3. ການແຕ່ງກາຍ (Clothing)

(1) ຈຸລະຫັດຊຸດແຕ່ງກາຍ (Dress Code)


ໃນ SSEAYP, ຈະມີຊຸດແຕ່ງກາຍສະເພາະໃດໜຶ່ງໄວ້ສຳລັບກິດຈະກຳຢູ່ໃນເຮືອ ແລະ ໃນປະເທດທີ່ຈະລົງຢ້ຽມຢາມ. ຄະນະຕ້ອນຮັບ (reception committee) ທີ່ກ່ຽວຂ້ອງ ຫຼື ຄະນະນຳພາໂຄງການ (Administration) ແມ່ນຈະກຳນົດຊຸດແຕ່ງກາຍທີ່ເໝາະສົມກັບກິດຈະກຳຕ່າງໆ ແລະ ຜູ້ເຂົ້າຮ່ວມຈະຕ້ອງປະຕິບັດຕາມຢ່າງເຂັ້ມງວດ. ລະຫັດສຳລັບຊຸດແຕ່ງກາຍ ແມ່ນມີດັ່ງນີ້:

Code Attire Occasion
A1 Uniform Courtesy call, ceremonies, formal occasions
A2 Uniform, without jacket
B National dress or suit Receptions, etc.
C1 Smart causal (No T-shirts, No jeans, No sports shoes) Institutional visits, homestays, etc.
C2 Casual
D Sporty (T-shirt, etc.) Exercise, etc.


IPY 2018's Presentation source: LPY 2018

(2) ຄຳເຕືອນກ່ຽວກັບລະຫັດຊຸດແຕ່ງກາຍ (Notes on the Dress Code)


a. ເສື້ອໂປໂລ (T-shirts with collar) ແມ່ນຈັດຢູ່ໃນຊຸດ C2.


b. ເນື່ອງຈາກພື້ນທີ່ທັງໝົດພາຍໃນເຮືອ (ຍົກເວັ້ນຫ້ອງນອນຂອງຕົນ) ແມ່ນຖືວ່າເປັນພື້ນທີ່ສາທາລະນະ, ແມ່ນບໍ່ໃຫ້ຜູ້ເຂົ້າຮ່ວມຍ່າງໄປມາໂດຍໃສ່ຊຸດນຸ່ງນອນ ຫຼື ເສື້ອກ້າມອອກນອກຫ້ອງຂອງຕົນ.


c. ເນື່ອງດ້ວຍເຫດຜົນທາງດ້ານຄວາມປອດໄພ, ແມ່ນຢາກໃຫ້ຜູ້ເຂົ້າຮ່ວມໃສ່ເກີບບຸງຕຸກສົ້ນຕໍ່າໃນເວລາຢູ່ໃນເຮືອ. ສ່ວນເກີບສຸບ ຫຼື ເກີບຄີບກໍຕ້ອງເປັນແບບຮັດສົ້ນເທົ່ານັ້ນ.


d. ຜູ້ເຂົ້າຮ່ວມ ຈະຕ້ອງໃສ່ nameplate ທຸກຄັ້ງຕະຫຼອດຈົນຈົບໂຄງການ.