"As we look ahead into the next century,
leaders will be those who empower others."

- Bill Gates

1. ການຂຶ້ນເຮືອຂອງຕົວແທນສະມາຄົມອະດີດຜູ້ເຂົ້າຮ່ວມ (Boarding of the Representatives of Alumni Associations) (OBSC: Onboard Ship Conference)

(1) ຈຸດປະສົງ (Purpose)


SSEAYP International (SI) ແມ່ນປະກອບດ້ວຍ Alumni Association ຂອງ SSEAYP ຈາກ 10 ປະເທດອາຊີຕະເວັນອອກສ່ຽງໃຕ້ ແລະ ຍີ່ປຸ່ນ ເພື່ອສົ່ງເສີມຄວາມເປັນເອກະພາບ ແລະ ການຮ່ວມມືຢ່າງກ້າວໜ້າລະຫວ່າງສະມາຄົມດ້ວຍກັນ. ສະນັັ້ນ, OBSC alumni association ຂອງແຕ່ລະປະເທດທີ່ເປັນສ່ວນໜຶ່ງຂອງ SI ແມ່ນຈະໄດ້ຮັບການເຊື້ອເຊີນໃຫ້ເຂົ້າຮ່ວມໂຄງການເດີນທະເລອາຊຽນ-ຍີ່ປຸ່ນ ຄັ້ງທີ 45 ປະຈຳປີ 2018 (SSEAYP 2018) ເພື່ອຂຶ້ນເຮືອ (ຈາກປະເທດສຸດທ້າຍທີ່ເຮືອລົງຈອດ ຈົນເຖິງໂຕກຽວ) ແລະ ຫຼັງຈາກນັ້ນກໍຈະພັກຢູ່ທີ່ໂຕກຽວຕາມໄລຍະເວລາທີ່ໄດ້ກໍານົດໄວ້. OBSC ແມ່ນຈະໄດ້ມີການລາຍງານກິດຈະກໍາຕ່າງໆທີ່ SI ມີການເຄື່ອນໄຫວ ພ້ອມດ້ວຍກິດຈະກຳອື່ນໆທີ່ກໍາລັງຈັດຕັ້ງປະຕິບັດໂດຍອະດີດຊາວໜຸ່ມທີ່ເຄີຍເຂົ້າຮ່ວມໂຄງການ (ex-PY) ໃນປະເທດຂອງຕົນໃຫ້ແກ່ຄະນະຊາວໜຸ່ມ (Participating Youth) ຂອງ SSEAYP 2018 ຟັງ. ພ້ອມດຽວກັນນັ້ນ, ກໍຍັງຈະໄດ້ປຶກສາຫາລືກ່ຽວກັບນະໂຍບາຍຂອງ SI ສຳລັບການຈັດຕັ້ງປະຕິບັດໃນປີຖັດໄປ ແລະ ທັງຍັງຈະໄດ້ກະກຽມການຕີພິມຈົດໝາຍຂ່າວ (newsletter) ເຊິ່ງກໍຄື “SSEAYP NEWS”.


Learni Logo source: Add source before publishing

(2) ຜູ້ເຂົ້າຮ່ວມ (Participants)


ຕົວແທນ 1 ຄົນ ມາຈາກແຕ່ລະ Alumni Association ຂອງປະເທດ Brunei Darussalam, Cambodia, Indonesia, Lao P.D.R., Malaysia, Myanmar, the Philippines, Singapore, Thailand, Viet Nam ແລະ Japan. ລວມທັງໝົດ ແມ່ນມີ OBSC 11 ຄົນ.


Learni Logo source: Add source before publishing

(3) ໄລຍະເວລາ (Period)


ຕັ້ງແຕ່ວັນທີ 3 ທັນວາ 2018 (ວັນຈັນ) ຈົນເຖິງ 15 ທັນວາ 2018 (ວັນເສົາ).


Learni Logo source: Add source before publishing

(4) ກິດຈະກຳຕ່າງໆ (Activities)


a) OBSC ແມ່ນຈະປຶກສາຫາລືກັນພາຍໃນເຮືອກ່ຽວກັບກິດຈະກຳທີ່ກຳລັງດຳເນີນໃນປັດຈຸບັນ ແລະ ກຳລັງຈະເກີດຂຶ້ນໃນອະນາຄົດຂອງ SI.

b) OBSC ແມ່ນຈະມີກອງປະຊຸມຮ່ວມກັບຜູ້ນໍາພາເຮັດກິດຈະກໍາສົນທະນາຫົວຂໍ້ວິຊາການ (Facilitator) ເພື່ອທີ່ຈະຮັບຟັງເອົາໄອເດຍຕ່າງໆ ແລ້ວມາປັບໃຊ້ຢູ່ໃນວຽກງານເຄື່ອນໄຫວຫຼັງຈົບໂຄງການ (Post-Program Session).

c) OBSC ແມ່ນຈະຕ້ອງຈັດກິດຈະກຳດັ່ງຕໍ່ໄປນີ້ໃຫ້ແກ່ PY ຂອງ SSEAYP ຄັ້ງທີ 45 ໃນລະຫວ່າງ Post-Program Session:

i. ແນະນຳເລື່ອງລາວຕ່າງໆກ່ຽວກັບ SI, ພາລະກິດ, ເປົ້າໝາຍ ແລະ ກິດຈະກຳຕ່າງໆ ເພື່ອໃຫ້ PY ລົງເລິກຄວາມເຂົ້າໃຈຕໍ່ກັບ SI ແລະ ທັງຍັງກະຕຸ້ນເຂົາເຈົ້າໃຫ້ເຂົ້າຮ່ວມ ຫຼື ຈັດຕັ້ງປະຕິບັດກິດຈະກຳຫຼັງຈົບໂຄງການ (post-program activity) ພາຍໃຕ້ການຊີ້ນຳຂອງ Alumni Association ຂອງຕົນເອງ ຫຼື SI.

ii. ແນະນຳກ່ຽວກັບສະຖານະຂອງການຈັດຕັ້ງປະຕິບັດ ແລະ ໝາກຜົນຂອງ Action Plan ທີ່ໄດ້ປຶກສາຫາລື ແລະ ກະກຽມໂດຍ PY ປີກ່ອນໆ ເພື່ອໃຫ້ PY ລຸ້ນປັດຈຸບັນເຫັນພາບໄດ້ຊັດເຈນຍິ່ງຂຶ້ນກ່ຽວກັບກິດຈະກຳ post-program ວ່າຈະລົງມືແນວໃດໃຫ້ເໝາະຕາມເງື່ອນໄຂຂອງຊຸມຊົນຕົນ.

iii. PY ແມ່ນຈະຕ້ອງລົງເລິກຄວາມເຂົ້າໃຈຂອງຕົນກ່ຽວກັບ SSEAYP Alumni Association ແລະ ກິດຈະກຳຕ່າງໆໃນປະເທດຂອງຕົນເອງ ແລະ ພ້ອມກັບການຮ່ວມມືກັບ NL ແມ່ນຈະມີການກະກຽມ Action Plan ເຊິ່ງຈະໄດ້ມີການຈັດຕັ້ງປະຕິບັດກິດຈະກຳ post-program ໃນປະເທດ ຫຼື ຊຸມຊົນຂອງຕົນ. ໜັງສືສະເໜີ Action Plan (proposal) ແມ່ນຕ້ອງລະບຸວັນທີທີ່ແນ່ນອນຂອງແຕ່ລະກິດຈະກຳ ເພື່ອທີ່ຈະໄດ້ລາຍງານຢູ່ທີ່ວາລະຖາມຄຳຖາມເຈາະຈິ້ມ (Debriefing Session).

d) OBSC ຂອງ Alumni Association ຂອງຍີ່ປຸ່ນ ເຊິ່ງແມ່ນ ອົງກອນຂອງໂຄງການແລກປ່ຽນຊາວໜຸ່ມນາໆຊາດ (International Youth Exchange Organization (IYEO)) ແມ່ນຈະຮຽບຮຽງບົດຄວາມທັງໝົດເພື່ອຕີພິມໃນ “SSEAYP NEWS” ແລະ ກະກຽມອອກແບບປຶ້ມດັ່ງກ່າວໃນໂຕກຽວ.


Learni Logo source: Add source before publishing