"I'm convinced that about half of what seperates the successful entrepreneurs from the nonsuccessful ones is pure perserverance."

- Steve Jobs

2. ການເຊື້ອເຊີນຕົວແທນ host family ເຂົ້າຮ່ວມ (Invitation of the Representatives of Host Families)

(1) ຈຸດປະສົງ (Purpose)


ໃນໂຄງການ SSEAYP, PY ແມ່ນຈະໄປພັກຢູ່ homestay ໃນແຕ່ລະປະເທດທີ່ລົງຢ້ຽມຢາມ (port of call) ແລະ ໂດຍຫຼັກການແລ້ວ, host family ໃຫ້ພັກຢູ່ນຳດ້ວຍຄວາມສະໝັກໃຈຂອງຕົນເອງ.

ລັດຖະບານຍີ່ປຸ່ນ ເຊື້ອເຊີນຕົວແທນ host family ຂອງແຕ່ລະປະເທດ ເພື່ອຖືໂອກາດຂອບໃຈທີ່ໄດ້ໃຫ້ການຮ່ວມມືມາຢ່າງຍາວນານໃນການຕ້ອນຮັບ PY ໃຫ້ເຂົ້າພັກໃນເຮືອນຂອງຕົນ. ເວລາດຽວກັນ, ກໍຖືໂອກາດໃຫ້ຕົວແທນໄດ້ມາທຳຄວາມເຂົ້າໃຈກ່ຽວກັບໂຄງການ ເພື່ອເຮັດໃຫ້ການດໍາເນີນການໃນອະຄົດມີຄວາມສະດວກຫຼາຍຂຶ້ນກວ່າເກົ່າ.



Learni Logo source: Add source before publishing

(2) ຜູ້ເຂົ້າຮ່ວມ (Participants)


ມີຕົວແທນທັງໝົດ 14 ຄົນ ເຂົ້າຮ່ວມ ເຊິ່ງມາຈາກປະເທດລະ 2 ຄົນ ຄື: Brunei Darussalam, Indonesia, Malaysia, the Philippines, Singapore, Thailand ແລະ Viet Nam.


Learni Logo source: Add source before publishing

(3) ໄລຍະເວລາ (Date)


ຕັ້ງແຕ່ວັນທີ 23 ຕຸລາ 2018 (ວັນອັງຄານ) ຈົນເຖິງ 27 ຕຸລາ 2018 (ວັນເສົາ).


Learni Logo source: Add source before publishing

(4) ກິດຈະກຳຕ່າງໆ (Activities)


a. ຕົວແທນ ແມ່ນຈະມີການເຂົ້າຢ້ຽມຢາມ (courtesy call) ຫົວໜ້າຊີ້ນຳລວມ (Director General) ຂອງໂຄງການແລກປ່ຽນຊາວໜຸ່ມນາໆຊາດ (International Youth Exchange), ຫ້ອງວ່າການລັດຖະບານຍີ່ປຸ່ນ ແລະ ໄດ້ຮັບໜັງສືຂອບໃຈ.

b. ຕົວແທນ ແມ່ນຈະໄດ້ພົບ ແລະ ເຊື່ອມຊຶມມິດຕະພາບກັບບັນດາ ex-PY ຍີ່ປຸ່ນ.


Learni Logo source: Add source before publishing