"Every adversity, every failure, every heartbreak, carries with it the seed of an equal or greater benefit."

- Napoleon Hill

3. ງານລ້ຽງລຸ້ນໃນເຮືອຂອງອະດີດຜູ້ເຂົ້າຮ່ວມໂຄງການ SSEAYP (Reunion Onboard for Ex-Participants of SSEAYP)

ລັດຖະບານຍີ່ປຸ່ນ ສົ່ງເສີມ Reunion Onboard ຂອງ Ex-Participant ຂອງ SSEAYP ເຊິ່ງສະມາຄົມອະດີດຜູ້ເຂົ້າຮ່ວມ (Alumni Association) ເປັນຜູ້ຈັດໃນແຕ່ລະປະເທດທີ່ເຮືອລົງຈອດ.

(1) ວັນທີ ແລະ ເວລາ (Date and Time)


ລະຫວ່າງ 18:00 ຫາ 21:00 ໃນຕອນແລງຂອງມື້ໜຶ່ງ ເມື່ອ PY ແມ່ນອອກໄປພັກຢູ່ກັບ homestay. (ສຳລັບການກະກຽມ, ຜູ້ຈັດງານ ແມ່ນໃຫ້ຂຶ້ນເຮືອນັບແຕ່ເວລາ 16:00. ສ່ວນແຂກທີ່ມາຮ່ວມງານລ້ຽງລຸ້ນນັ້ນ ແມ່ນໃຫ້ຂຶ້ນເຮືອຫຼັງ 17:00 ແລະ ອອກຈາກເຮືອທັນທີຫຼັງຈາກງານສຳເລັດລົງແລ້ວ.) ລັດຖະບານຍີ່ປຸ່ນ ເຊື້ອເຊີນຕົວແທນ host family ຂອງແຕ່ລະປະເທດ ເພື່ອຖືໂອກາດຂອບໃຈທີ່ໄດ້ໃຫ້ການຮ່ວມມືມາຢ່າງຍາວນານໃນການຕ້ອນຮັບ PY ໃຫ້ເຂົ້າພັກໃນເຮືອນຂອງຕົນ. ເວລາດຽວກັນ, ກໍຖືໂອກາດໃຫ້ຕົວແທນໄດ້ມາທຳຄວາມເຂົ້າໃຈກ່ຽວກັບໂຄງການ ເພື່ອເຮັດໃຫ້ການດໍາເນີນການໃນອະຄົດມີຄວາມສະດວກຫຼາຍຂຶ້ນກວ່າເກົ່າ.



PYs with their host family in Brunei Darussalam POC source: Aliyul G-yul (facebook)

(2) ສະຖານທີ່ສຳລັບງານລ້ຽງລຸ້ນ (Venue of the Reunion)


ແມ່ນຢູ່ໃນເຮືອ ໃນຂະນະທີ່ກຳລັງຈອດທຽບທ່າ (Muara ໃນ Brunei Darussalam, Manila ໃນ the Philippines, Bangkok ໃນ Thailand ແລະ Ho Chi Minh City ໃນ Viet Nam).


(3) ການອະນຸມັດຂອງໜັງສືແຜນການ (Approval of the Planning Paper)


ຜູ້ຈັດງານ ແມ່ນຈະຕ້ອງສົ່ງ planning paper ເຖິງ Administrator ຊ້າສຸດ 10 ວັນ ກ່ອນທີ່ເຮືອຈະມາຮອດທ່າຂອງປະເທດນັ້ນໆ ເພື່ອຮັບການອະນຸມັດ.


(4) ຄ່າໃຊ້ທີ່ລັດຖະບານຍີ່ປຸ່ນຮັບຜິດຊອບ (Cost borne by the Government of Japan)


ລັດຖະບານຍີ່ປຸ່ນ ແມ່ນຈະບໍ່ໄດ້ອອກຄ່າໃຊ້ຈ່າຍຊ່ວຍສຳລັບອາຫານ ແລະ ເຄື່ອງດື່ມຕ່າງໆທີ່ເສີບໃຫ້ພາຍໃນງານລ້ຽງ.


PYs during homestay program in Thailand source: #