Andrew Carnegie

"ຄົນທີ່ປະສົບຜົນສຳເລັດ ແມ່ນຄົນທີ່ເລືອກພຽງທາງສາຍດຽວ ແລ້ວທຸ້ມເທທຸກສິ່ງທຸກຢ່າງໃຫ້ກັບມັນ."

back

ທຶນລັດຖະບານຍີ່ປຸ່ນ (MEXT)

ທຶນລັດຖະບານຍີ່ປຸ່ນລະດັບຊັ້ນສູງ (MEXT)

ທຶນລັດຖະບານຍີ່ປຸ່ນ ຫຼື ທຶນ MEXT (ທຶນເມັກ) ເຊິ່ງຫຍໍ້ມາຈາກ Ministry of Education, Culture, Sports, Science and Technology (ກະຊວງສຶກສາທິການ, ວັດທະນະທຳ, ກິລາ, ວິທະຍາສາດ ແລະ ເຕັກໂນໂລຊີ) ແມ່ນທຶນທີ່ລັດຖະບານກໍຄືກະຊວງສຶກສາທິການຍີ່ປຸ່ນ ມອບໃຫ້ແກ່ບັນດານັກຮຽນ-ນັກສຶກສາທົ່ວໂລກໃນແຕ່ລະປີ. ໂດຍສະເພາະທຶນລັດຖະບານຍີ່ປຸ່ນໃນລະດັບຊັ້ນສູງນີ້ ແມ່ນໜຶ່ງໃນບັນດາທຶນທີ່ມີການແຂ່ງຂັນສູງ. ຜູ້ທີ່ໄດ້ຮັບທຶນ ແມ່ນຖືວ່າເປັນຜູ້ທີ່ທາງລັດຖະບານຍີ່ປຸ່ນໃຫ້ການຍອມຮັບໃນຄວາມຮູ້ຄວາມສາມາດ ແລະ ເຫັນໄດ້ເຖິງຄວາມພະຍາຍາມ ພ້ອມດ້ວຍຄວາມກະຕືລືລົ້ນທີ່ຈະເປັນຂົວຕໍ່ແຫ່ງຄວາມສຳພັນອັນດີລະຫວ່າງປະເທດຍີ່ປຸ່ນ ແລະ ປະເທດຕົນ. ສະນັ້ນ, ຜູ້ທີ່ຕ້ອງການໄດ້ຮັບທຶນລັດຖະບານຍີ່ປຸ່ນ ແມ່ນຈະຕ້ອງມີຄວາມຫ້າວຫັນໃນການຊອກຮູ້ຮ່ຳຮຽນ ແລະ ມີຄວາມກຽມຄວາມພ້ອມໃນການເດີນທາງສູ່ເປົ້າໝາຍທາງດ້ານການສຶກສາ ແລະ ອາຊີບການງານຂອງຕົນໃນອະນາຄົດ. ດັ່ງນັ້ນ, ເພື່ອເປັນການຊ່ວຍໃຫ້ຜູ້ທີ່ມີຄວາມຕັ້ງໃຈໃນການສອບເສັງ ສາມາດຍາດແຍ່ງເອົາທຶນລັດຖະບານຍີ່ປຸ່ນ, Learni ຈຶ່ງໄດ້ຖືໂອກາດນີ້ແນະນຳຂໍ້ມູນພື້ນຖານກ່ຽວກັບສາຍຮຽນ, ຂະບວນການຄັດເລືອກ, ສິ່ງທີ່ຈະໄດ້ຮັບຈາກທຶນ ແລະ ຂໍ້ມູນອື່ນໆທີ່ເປັນປະໂຫຍດ ດັ່ງຕໍ່ໄປນີ້.

1. ສາຍຮຽນ

ທຶນລັດຖະບານຍີ່ປຸ່ນລະດັບຊັ້ນສູງ ແມ່ນແບ່ງອອກເປັນ 2 ສາຍຄື: ຊັ້ນສູງທົ່ວໄປ ແລະ ຊັ້ນສູງເຕັກໂນໂລຊີ.

ສາຍຊັ້ນສູງທົ່ວໄປ ແມ່ນເປັນລະບົບຮຽນ 3 ປີ. ໃນນັ້ນ 1 ປີ ແມ່ນຮຽນກຽມພາສາຍີ່ປຸ່ນ ແລະ ອີກ 2 ປີ ແມ່ນເຂົ້າຮຽນສາຍສະເພາະ. ສາຂາວິຊາຂອງລະດັບຊັ້ນສູງທົ່ວໄປ ແມ່ນປະກອບມີຄື:

- ສາຂາເຕັກໂນໂລຊີ ເຊັ່ນ: ວິສະວະກຳໂຍທາ, ວິສະວະກຳໄຟຟ້າ, ສະຖາປັດຕະຍະກຳ ຯລຯ
- ສາຂາໂພຊະນາການ ເຊັ່ນ: ໂພຊະນາການ, ການເຮັດອາຫານ, ການເຮັດເຂົ້າໜົມ bakery ຯລຯ
- ສາຂາການສຶກສາ ແລະ ສະຫວັດດີການ ເຊັ່ນ: ສະຫວັດດີການຜູ້ສູງອາຍຸ ຯລຯ
- ສາຂາທຸລະກິດ ເຊັ່ນ: ບໍລິຫານທຸລະກິດ, ການບັນຊີ, ການຄ້າ ຯລຯ
- ສາຂາແຟຊັນ ແລະ ການເຮືອນ ເຊັ່ນ: ການອອກແບບແຟຊັນສະໄຕລ໌ຍີ່ປຸ່ນ/ຕະເວັນຕົກ ຯລຯ
- ສາຂາວັດທະນະທຳ ແລະ ການສຶກສາທົ່ວໄປ ເຊັ່ນ: ດົນຕີ, ການຖ່າຍໜັງ ແລະ ວິດີໂອ, ແຕ້ມກາຕູນ ຯລຯ

ສາຍຊັ້ນສູງເຕັກໂນໂລຊີ ແມ່ນເປັນລະບົບຮຽນ 4 ປີ. ໃນນັ້ນ 1 ປີ ແມ່ນຮຽນກຽມພາສາຍີ່ປຸ່ນ ແລະ ອີກ 3 ປີ ແມ່ນເຂົ້າຮຽນສາຍສະເພາະ. ສາຂາວິຊາຂອງລະດັບຊັ້ນສູງເຕັກໂນໂລຊີ ແມ່ນປະກອບມີຄື:

- ວິສະວະກຳກົນຈັກ
- ວິສະວະກຳໄຟຟ້າ ແລະ ເອເລັກໂຕຣນິກ
- ວິສະວະກຳຂໍ້ມູນຂ່າວສານ, ການສື່ສານ ແລະ ເຄືອຂ່າຍ
- ວິສະວະກຳວັດສະດຸ
- ສະຖາປັດຕະຍະກຳ
- ວິສະວະກຳໂຍທາ
- ວິສະວະກຳການເດີນທະເລ

2. ຂະບວນການຄັດເລືອກ (ມີທັງໝົດ 3 ຮອບ)
[ຄຳເຫັນຂອງຜູ້ຂຽນ][ສິ່ງທີ່ຂຽນໄວ້ ແມ່ນອາດບໍ່ຖືກຕ້ອງທັງໝົດ. ກະລຸນາສຶກສາເພີ່ມເຕີມດ້ວຍ.]

2.1. ຮອບສອບເສັງ

ສາຍຊັ້ນສູງທົ່ວໄປ ແມ່ນຈະສອບເສັງຢູ່ 3 ວິຊາຄື: ຄະນິດສາດ, ພາສາອັງກິດ ແລະ ພາສາຍີ່ປຸ່ນ. ໃນນັ້ນວິຊາທີ່ຈະຕ້ອງພະຍາຍາມໃຫ້ໄດ້ຄະແນນສູງ (ຢ່າງຕໍ່າ 70%) ແມ່ນ ຄະນິດສາດ ແລະ ພາສາອັງກິດ. ສ່ວນພາສາຍີ່ປຸ່ນ ສຳລັບຄົນທີ່ບໍ່ມີພື້ນຖານມາກ່ອນ ແມ່ນພະຍາຍາມບໍ່ໃຫ້ໄດ້ຄະແນນ 0 ຖືວ່າພຽງພໍ ແຕ່ສຳລັບຄົນທີ່ມີພື້ນຖານແລ້ວ ກໍພະຍາຍາມຕອບໃຫ້ໄດ້ຫຼາຍສຸດເທົ່າທີ່ຈະຫຼາຍໄດ້.

ສາຍຊັ້ນສູງເຕັກໂນໂລຊີ ແມ່ນຈະສອບເສັງຢູ 4 ວິຊາຄື: ຄະນິດສາດ, ຟີຊິກສາດ/ເຄມີສາດ (ອັນໃດອັນໜຶ່ງ), ພາສາອັງກິດ ແລະ ພາສາຍີ່ປຸ່ນ. ໃນນັ້ນວິຊາທີ່ຈະຕ້ອງພະຍາຍາມໃຫ້ໄດ້ຄະແນນສູງ (ຢ່າງຕໍ່າ 70%) ແມ່ນ ຄະນິດສາດ ແລະ ຟີຊິກສາດ/ເຄມີສາດ. ສ່ວນພາສາຍີ່ປຸ່ນ ແລະ ອັງກິດ ສຳລັບຄົນທີ່ບໍ່ມີພື້ນຖານມາກ່ອນ ແມ່ນພະຍາຍາມບໍ່ໃຫ້ໄດ້ຄະແນນ 0 ຖືວ່າພຽງພໍ ແຕ່ສຳລັບຄົນທີ່ມີພື້ນຖານແລ້ວ ກໍພະຍາຍາມຕອບໃຫ້ໄດ້ຫຼາຍສຸດເທົ່າທີ່ຈະຫຼາຍໄດ້ .

2.2. ຮອບສຳພາດ

ໜຶ່ງ ຫຼື ສອງອາທິດຖັດມາ ຜູ້ທີ່ຜ່ານຮອບສອບເສັງສາຍຊັ້ນສູງທົ່ວໄປ ແລະ ຊັ້ນສູງເຕັກໂນໂລຊີ ແມ່ນຈະມີລາຍຊື່ເຂົ້າຮອບສຳພາດ. ໃນຮອບສຳພາດນີ້ ໂດຍພື້ນຖານ ແມ່ນຈະເປັນພາສາອັງກິດ ແຕ່ສຳລັບຜູ້ທີ່ສາມາດສື່ສານພາສາຍີ່ປຸ່ນໄດ້ ແມ່ນສາມາດສຳພາດເປັນພາສາຍີ່ປຸ່ນໄດ້ເຊັ່ນດຽວກັນ. ຄຳຖາມທີ່ກຳມະການຖາມ ແມ່ນເປັນຄຳຖາມທົ່ວໆໄປທີ່ບໍ່ກ່ຽວຂ້ອງກັບຄວາມຮູ້ວິຊາສະເພາະແຕ່ຢ່າງໃດ ແຕ່ຫາກເປັນຄຳຖາມທີ່ກ່ຽວຂ້ອງກັບຕົວຂອງເຮົາເອງ. ຕົວຢ່າງຄຳຖາມ ແມ່ນມີຄື: ເຮົາມີພອນສະຫວັນ ຫຼື ຈຸດພິເສດຫຍັງແດ່, ເປັນຫຍັງຈຶ່ງເລືອກຮຽນສາຂານີ້, ເປັນຫຍັງຈຶ່ງຢາກຮຽນຢູ່ຍີ່ປຸ່ນ, ຮູ້ຈັກຫຍັງແດ່ກ່ຽວກັບປະເທດຍີ່ປຸຸ່ນ, ອະນາຄົດຢາກເຮັດຫຍັງ ແລະ ອື່ນໆ.

2.3. ຮອບຕັດສິນໂດຍລັດຖະບານຍີ່ປຸ່ນ (ກະຊວງສຶກສາທິການຍີ່ປຸ່ນ (MEXT))

ໜຶ່ງ ຫຼື ສອງອາທິດຖັດມາ ຜູ້ທີ່ຜ່ານຮອບສຳພາດ ແມ່ນຈະໄດ້ປະກອບເອກະສານຕ່າງໆ ເພື່ອທີ່ທາງສະຖານທູດຍີ່ປຸ່ນປະຈຳ ສປປ ລາວ ຈະໄດ້ສົ່ງເອກະສານດັ່ງກ່າວມາຍັງກະຊວງສຶກສາທິການຍີ່ປຸ່ນ. ໃນຮອບນີ້ ແມ່ນຖືວ່າບໍ່ມີການສອບເສັງປະເມີນໃດໆອີກ. ໂດຍຮອບນີ້ ກະຊວງສຶກສາທິການຍີ່ປຸ່ນ ຈະໃຊ້ເວລາກວດ ແລະ ພິຈາລະນາເອກະສານຂອງຜູ້ທີ່ສະຖານທູດຍີ່ປຸ່ນປະຈຳໃນແຕ່ລະປະເທດທົ່ວໂລກສົ່ງມາໃຫ້. ໝາຍຄວາມວ່າ ພາຍໃຕ້ຈຳນວນໂກຕາທຶນທີ່ມີຢ່າງຈຳກັດ ແລະ ການແຂ່ງຂັນສູງລະຫວ່າງນັກສອບເສັງຂອງແຕ່ລະປະເທດ ກະຊວງສຶກສາທິການຍີ່ປຸ່ນ ຈະໄດ້ມີການຄັດເລືອກເອົານັກຮຽນ-ນັກສຶກສາທີ່ມີຄວາມເໝາະສົມເປັນຜູ້ໄດ້ຮັບທຶນ. ເພາະສະນັ້ນ, ການທີ່ສາມາດເຮັດຄະແນນໃນຮອບທຳອິດສູງເທົ່າໃດກໍຍິ່ງຈະເປັນການດີເທົ່ານັ້ນ. ກະຊວງສຶກສາທິການຍີ່ປຸ່ນ ຈະຢັ່ງປະກາດລາຍຊື່ຜູ້ທີ່ຈະໄດ້ຮັບທຶນໃນທ້າຍປີ ແລະ ຈະປະກາດອີກຄັ້ງຢ່າງເປັນທາງການໃນຕົ້ນປີຖັດມາ ແລ້ວກຽມຕົວອອກເດີນທາງໄປປະເທດຍີ່ປຸ່ນໃນຕົ້ນເດືອນ 4.

3. ສິ່ງທີ່ຈະໄດ້ຖ້າຫາກໄດ້ຮັບທຶນ

ຜູ້ທີ່ໄດ້ຮັບທຶນລັດຖະບານຍີ່ປຸ່ນ (MEXT) ໃນລະດັບຊັ້ນສູງທົ່ວໄປ ແລະ ຊັ້ນສູງເຕັກໂນໂລຊີ ແມ່ນຈະໄດ້ຮັບດັ່ງນີ້:

- ຄ່າປີ້ຍົນຈາກປະເທດລາວເຖິງປະເທດຍີ່ປຸຸ່ນ (ແລະ ລວມທັງຂາກັບຫຼັງຮຽນຈົບ)
- ຄ່າຮຽນທັງໝົດ
- ເງິນເດືອນ

ສຳລັບເງິນເດືອນ ແມ່ນລັດຖະບານຍີ່ປຸ່ນຈະໂອນໃຫ້ເປັນປົກກະຕິໃນແຕ່ລະເດືອນ. ເງິນເດືອນທີ່ໄດ້ຮັບ ແມ່ນປະມານ 120,000 ເຢັນ ຫຼື ຖ້າທຽບເປັນເງິນກີບ ແມ່ນປະມານ 16,500,000 ກີບ/ເດືອນ.

4. ຫົວຂໍ້ເສີມ
[ຄຳເຫັນຂອງຜູ້ຂຽນ][ສິ່ງທີ່ຂຽນໄວ້ ແມ່ນອາດບໍ່ຖືກຕ້ອງທັງໝົດ. ກະລຸນາສຶກສາເພີ່ມເຕີມດ້ວຍ.]

- ທຶນລັດຖະບານຍີ່ປຸ່ນ ແມ່ນເປັນທຶນໃຫ້ລ້າ. ພາຍຫຼັງທີ່ຮຽນຈົບແລ້ວ ແມ່ນບໍ່ມີສັນຍາຜູກມັດແຕ່ຢ່າງໃດ. ໝາຍຄວາມວ່າ ເມື່ອຮຽນຈົບແລ້ວ ແມ່ນບໍ່ມີຂໍ້ຜູກມັດທີ່ວ່າຈະຕ້ອງໃຊ້ທຶນຄືນ. ພາຍຫຼັງຮຽນຈົບແລ້ວ ສາມາດຮຽນຕໍ່ໃນລະດັບທີ່ສູງຂຶ້ນໄປອີກ, ສາມາດກັບມາລາວ ຫຼື ແມ່ນແຕ່ສາມາດເຮັດວຽກທີ່ຍີ່ປຸ່ນໄດ້ ຫຼື ຕ່າງປະເທດກໍຍັງໄດ້. ເສັ້ນທາງຊີວິດ ແມ່ນຕົນເອງເປັນຄົນເລືອກເອງ.

- ຜູ້ທີ່ຈົບຊັ້ນສູງ ແມ່ນສາມາດຂໍຕໍ່ທຶນຮຽນຕໍ່ໃນລະດັບປະລິນຍາຕີໄດ້. ສຳລັບຜູ້ທີ່ສຶກສາໃນລະດັບຊັ້ນສູງທົ່ວໄປ ແມ່ນຈະໄດ້ຮັບໂອກາດຂໍຕໍ່ທຶນລັດຖະບານຍີ່ປຸ່ນຕື່ມອີກໄດ້ 2 ປີ ໂດຍມີເງື່ອນໄຂທີ່ວ່າ ສາມາດຮັກສາຄະແນນສະເລ່ຍຂອງຕົນໃນ 3 ເທີມທຳອິດທີ່ໂຮງຮຽນວິຊາສະເພາະທີ່ຕົນຮຽນຢູ່ ບໍ່ຫຼຸດ 2.8 ຈາກທັງໝົດເຕັມ 3 ຄະແນນ ແລະ ມີອັດຕາການມາໂຮງຮຽນບໍ່ຕ່ຳກວ່າ 95%. ເວລາດຽວກັນ ຕ້ອງໄດ້ເສັງເຂົ້າ ແລະ ໄດ້ຮັບການຮັບຮອງຈາກໂຮງຮຽນທີ່ຕົນຈະໄປຮຽນຕໍ່ໃນລະດັບປະລິນຍາຕີ ໃນຖານະນັກຮຽນປີ 3 ຂອງມະຫາວິທະຍາໄລໃດໜຶ່ງທີ່ທາງລັດຖະບານຍີ່ປຸ່ນອະນຸຍາດ. ສຳລັບຜູ້ທີ່ສຶກສາໃນລະດັບຊັ້ນສູງເຕັກໂນໂລຊີ ແມ່ນຈະໄດ້ຮັບໂອກາດຂໍຕໍ່ທຶນລັດຖະບານຍີ່ປຸ່ນຕື່ມອີກໄດ້ 2 ປີ ໂດຍມີເງື່ອນໄຂທີ່ວ່າ ສາມາດຮັກສາຄະແນນສະເລ່ຍຂອງຕົນໃນ 5 ເທີມທຳອິດທີ່ໂຮງຮຽນວິຊາສະເພາະທີ່ຕົນຮຽນຢູ່ ບໍ່ຫຼຸດ 2.8 ຈາກທັງໝົດເຕັມ 3 ຄະແນນ ແລະ ມີອັດຕາການມາໂຮງຮຽນບໍ່ຕ່ຳກວ່າ 95%. ເວລາດຽວກັນ ຕ້ອງໄດ້ເສັງເຂົ້າ ແລະ ໄດ້ຮັບການຮັບຮອງຈາກໂຮງຮຽນທີ່ຕົນຈະໄປຮຽນຕໍ່ໃນລະດັບປະລິນຍາຕີ ໃນຖານະນັກຮຽນປີ 3 ຂອງມະຫາວິທະຍາໄລໃດໜຶ່ງທີ່ທາງລັດຖະບານຍີ່ປຸ່ນອະນຸຍາດ.

- ຜູ້ທີ່ໄດ້ຮັບທຶນສາມາດເຮັດວຽກ part time ທີ່ເປັນວຽກທີ່ທາງກົດໝາຍຍີ່ປຸ່ນ ແລະ ທາງກະຊວງສຶກສາທິການຍີ່ປຸ່ນບໍ່ໄດ້ຫ້າມ. ໃນຊ່ວງໄລຍະເວລາໂຮງຮຽນເປີດເທີມ ແມ່ນສາມາດເຮັດວຽກ part time ໄດ້ບໍ່ເກີນ 28 ຊົ່ວໂມງຕໍ່ອາທິດ ແຕ່ໃນຊ່ວງໄລຍະເວລາໂຮງຮຽນປິດເທີມ ແມ່ນສາມາດເຮັດວຽກ part time ໄດ້ບໍ່ເກີນ 40 ຊົ່ວໂມງຕໍ່ອາທິດ. ໂດຍສະເລ່ຍ ຄ່າແຮງຈະຢູ່ລະຫວ່າງ 1,100 – 1,500 ເຢັນ/ຊົ່ວໂມງ.

ສາມາດສຶກສາຂໍ້ມູນເພີ່ມເຕີມໃນເວບໄຊທ໌ຂອງສະຖານທູດຍີ່ປຸ່ນປະຈຳ ສປປ ລາວ ຂ້າງລຸ່ມນີ້:
https://www.la.emb-japan.go.jp/itpr_ja/11_000001_01045.html